• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມລົງມືກໍ່ສ້າງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Svay Rieng

      ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Svay Rieng ໄດ້ກໍ່ສ້າງໃນເນື້ອທີ່ 7.500 ຕາແມັດ ດ້ວຍງົບປະມານການກໍ່ສ້າງເກືອບ 1,4 ລ້ານໂດລາສະຫະລັດ''
(ພິທີວາງສີລາລຶກເລີ່ມລົງມືກໍ່ສ້າງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ)
      ວັນທີ 9 ທັນວາ, ຢູ່ນະຄອນ Svay Rieng , ແຂວງ Svay Rieng, ກຳປູເຈຍ, ໄດ້ດຳເນີນພິທີວາງສີລາລຶກ ເລີ່ມລົງມືກໍ່ສ້າງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ. ນີ້ແມ່ນອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ແຫ່ງທີ່ 23 ໄດ້ກໍ່ສ້າງຢູ່ 23/25 ແຂວງ, ນະຄອນຢ່ ູກຳປູເຈຍ, ເພື່ອອາໄລຫາບັນດາວິລະຊົນທີ່ເສຍສະຫຼະຊີວິດ, ທະຫານອາສາສະໝັກ ຫວຽດນາມ ແລະ ກອງທັບແນວໂຮມກູ້ຊາດ ກຳປູເຈຍ ເສຍສະຫຼະຊີວິດເພື່ອພາລະກິດແຫ່ງການປົດປ່ອຍປະເທດຊາດອອກຈາກການດັບສູນເຊື້ອຊາດ Pol Pot.
        ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Svay Rieng ໄດ້ກໍ່ສ້າງໃນເນື້ອທີ່ 7.500 ຕາແມັດ ດ້ວຍງົບປະມານການກໍ່ສ້າງເກືອບ 1,4 ລ້ານໂດລາສະຫະລັດ, ປະກອບມີການກໍ່ສ້າງອະນຸສາວະລີ ແລະ ສວນສາທາລະນະ, ຄາດວ່າ, ການກ່ໍສ້າງຈະສຳເລັດໃນເວລາ 12 ເດືອນ.
        ພ້ອມກັບ ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Svay Rieng, ອະນຸສາວະລີມິດຕະພາບ 5 ແຫ່ງຢູ່ແຂວງ Siem Riep, Odor Meanchey, Tbong Khmum, Kampong Speu ແລະ ແຂວງ Pailin ກໍ່ຈະໄດ້ດຳເນີນການສະຫຼອງໃນປີ 2022, ເປັນປີສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ 2 ປະເທດ ຫວຽດນາມ - ກຳປູເຈຍ ຄົບຮອບ 55 ປີ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top