ເຂົ້າຮ່ວມເຫດການ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈິຢຸງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ແຂວງ ອານຢາງ ແລະ ນັກລົງທຶນສຸມໃສ່ເປັນຢ່າງສູງ, ດ້ວຍຈິດໃຈ “ໄດ້ເວົ້າແລ້ວຕ້ອງເຮັດ, ໄດ້ໃຫ້ຄຳໝັ້ນສັນຍາແລ້ວ ຕ້ອງປະຕິບັດ”, ປະຕິບັດການກໍ່ສ້າງບັນດາໂຄງການໃຫ້ສຳເລັດກ່ອນກຳນົດເວລາແຕ່ 3 ຫາ 6 ເດືອນ, ຮັບປະກັນຄຸນນະພາບ, ສ້າງແຫ່ງທີ່ສວຍງາມ ແລະ ມີຄວາມປະທັບໃຈກ່ຽວກັບ ຫວຽດນາມ, ຝູກວັກ ໃນສາຍຕາຂອງເພື່ອນມິດສາກົນ.
ເມື່ອເນັ້ນໜັກສັບປະດາຂັ້ນສູງ APEC 2027 ແມ່ນເຫດການການເມືອງສຳຄັນຂອງປະເທດຊາດ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ໄດ້ໃສ່ໃຈແຂວງ ອານຢາງ ຕ້ອງກວດກາເປັນປະຈຳ, ສົມທົບກັນແກ້ໄຂຂໍ້ຕິດຄັດຢູ່ຂັ້ນຮາກຖານ, ຮີບເຮັ່ງສ້າງລະບຽບການລົງທຶນໃຫ້ສຳເລັດ ແລະ ສູ້ຊົນເລີ່ມລົງມືກໍ່ສ້າງກິດຈະກຳທັງໝົດທີ່ຍັງເຫຼືອໃນເດືອນ ຕຸລາ 2025.