ຂ່າວສານ

ເລີ່ມກໍ່ສ້າງກິດຈະກຳຮັບໃຊ້ສັບປະດາຂັ້ນສູງ APEC 2027

ພິທີເລີ່ມລົງມືກໍ່ສ້າງ 10 ໂຄງການ, ກິດຈະກຳຮັບໃຊ້ສັບປະດາຂັ້ນສູງ APEC 2027 ຈັດຂຶ້ນໃນຕອນເຊົ້າວັນທີ 24 ກັນຍາ, ຢູ່ເຂດເສດຖະກິດພິເສດ ຝູກວັກ, ແຂວງ ອານຢາງ.
(ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈິຢຸງ)

ເຂົ້າຮ່ວມເຫດການ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈິຢຸງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ແຂວງ ອານຢາງ ແລະ ນັກລົງທຶນສຸມໃສ່ເປັນຢ່າງສູງ, ດ້ວຍຈິດໃຈ “ໄດ້ເວົ້າແລ້ວຕ້ອງເຮັດ, ໄດ້ໃຫ້ຄຳໝັ້ນສັນຍາແລ້ວ ຕ້ອງປະຕິບັດ”, ປະຕິບັດການກໍ່ສ້າງບັນດາໂຄງການໃຫ້ສຳເລັດກ່ອນກຳນົດເວລາແຕ່ 3 ຫາ 6 ເດືອນ, ຮັບປະກັນຄຸນນະພາບ, ສ້າງແຫ່ງທີ່ສວຍງາມ ແລະ ມີຄວາມປະທັບໃຈກ່ຽວກັບ ຫວຽດນາມ, ຝູກວັກ ໃນສາຍຕາຂອງເພື່ອນມິດສາກົນ.

ເມື່ອເນັ້ນໜັກສັບປະດາຂັ້ນສູງ APEC 2027 ແມ່ນເຫດການການເມືອງສຳຄັນຂອງປະເທດຊາດ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢຸງ ໄດ້ໃສ່ໃຈແຂວງ ອານຢາງ ຕ້ອງກວດກາເປັນປະຈຳ, ສົມທົບກັນແກ້ໄຂຂໍ້ຕິດຄັດຢູ່ຂັ້ນຮາກຖານ, ຮີບເຮັ່ງສ້າງລະບຽບການລົງທຶນໃຫ້ສຳເລັດ ແລະ ສູ້ຊົນເລີ່ມລົງມືກໍ່ສ້າງກິດຈະກຳທັງໝົດທີ່ຍັງເຫຼືອໃນເດືອນ ຕຸລາ 2025.


top