ຂ່າວສານ
ເລີມດົ່ງ ປະກາດກົດລະບຽບປະສານສົມທົບຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ (IUU)
ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 27 ມີນາ ເປັນຕົ້ນໄປ, ກົດລະບຽບປະສານສົມທົບລະຫວ່າງຂະແໜງກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ (IUU) ໂດຍຄະນະກຳມະການປະຊາຊົນແຂວງ ເລີມດົງປະກາດໃຊ້ນັ້ນ ກຳນົດລວມມີ 5 ເນື້ອໃນ, ລວມມີ: ສົມທົບກັນຖະແຫຼງຂ່າວ, ໂຄສະນາ, ເຜີຍແຜ່ກົດໝາຍກ່ຽວກັບການຕ້ານການຂຸດຄົ້ນ IUU; ສົມທົບກັນປະຕິບັດກົດໝາຍ, ແກ້ໄຂກໍລະນີລະເມີດຂໍ້ກຳນົດ IUU; ການຮ່ວມມືສາກົນກ່ຽວກັບການຕ້ານການຂຸດຄົ້ນ IUU; ສົມທົບກັນຂຶ້ນສະຖິຕິ, ລາຍງານໝາກຜົນປະຕິບັດການຕ້ານການຂຸດຄົ້ນ IUU; ສົມທົບກັນກວດກາ, ຕີລາຄາ ແລະ ລະດົມແຫຼ່ງກຳລັງປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU.
ກົດລະບຽບກຳນົດຫຼັກການ, ເນື້ອໃນ ແລະ ແບ່ງໜ້າວຽກຄວາມຮັບຜິດຊອບສົມທົບລະຫວ່າງບັນດາພະແນກ, ຂະແໜງການ, ກຳລັງມີໜ້າທີ່ຮັບຜິດຊອບ ແລະ ຄະນະກຳມະການປະຊາຊົນບັນດາຕາແສງ, ເຂດພິເສດ ຝູກຸຍ ທີ່ມີກ່ຳປັ່ນຫາປາກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດໃນບໍລິເວນແຂວງ ເລິມດົ່ງ.
ໃນຂະນະນັ້ນ, ແຂວງ ກວາງນິງ ກໍພວມຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ ແນໃສ່ສະກັດກັ້ນ, ມຸ່ງໄປເຖິງການລົບລ້າງກໍລະນີຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU). ວຽກງານການຄວບຄຸມເຮືອຫາປາເຂົ້າອອກທ່າ, ກວດກາແຫຼ່ງທີ່ມາຂອງສິນທະເລສິນໃນນ້ຳກໍໄດ້ຮັບການປະຕິບັດຢ່າງແໜ້ນແຟ້ນ.









