ຕອນຄ່ຳວັນທີ 27 ມີນາ, ຢູ່ສະໜາມຫຼວງ 3/2, ແຂວງ ບັກນິງ, ໄດ້ດຳເນີນພິທີມອບ - ຮັບໃບຢັ້ງຢືນຈາກອົງການວັດທະນະທຳ - ວິທະຍາສາດ - ການສຶກສາ ຂອງ ສປຊ (UNESCO) ທີ່ເຊີດຊູອາຊີບເຮັດພາບພື້ນເມືອງ ດົງໂຮ່ ນຳເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຕ້ອງໄດ້ຮັບການປົກປັກຮັກສາໂດຍດ່ວນ.
ການມອບໃບຢັ້ງຢືນ UNESCO ເຊີດຊູອາຊີບເຮັດພາບພື້ນເມືອງ ດົງໂຮ່ ນຳເຂົ້າບັນຊີລາຍຊື່ມໍລະດົກຕ້ອງປົກປັກຮັກສາໂດຍດ່ວນ (ພາບ: baobacninhtv.vn)
ເລືຶ່ອງ UNESCO ເຊີດຊູອາຊີບເຮັດພາບພື້ນເມືອງ ດົງໂຮ່ ນໍາເຂົ້າເຂົ້າບັນຊີລາຍຊື່ວັດມໍລະດົກວັດທະນະທຳບໍ່ເປັນວັດຖຸຕ້ອງໄດ້ຮັບການປົກປັກຮັກສາໂດຍດ່ວນນັ້ນ ບໍ່ພຽງແຕ່ຢັ້ງຢືນຄຸນຄ່າປະຫວັດສາດ, ວັດທະນະທຳ, ຄວາມງາມທີ່ເປັນເອກະລັກເທົ່ານັ້ນ ຫາກຍັງແມ່ນການຮັບຮູ້ຄວາມມານະພະຍາຍາມຂອງນັກສິລະປະກອນລຸ້ນຕ່າງໆ ແລະ ຊຸມຊົນໝູ່ບ້ານອາຊີບ. ພ້ອມດຽວກັນນັ້ນ ນີ້ກໍແມ່ນຈຸດເວລາຕັກເຕືອນກ່ຽວກັບຄວາມຮັບຜິດຊອບສາກົນໃນການອະນຸລັກຮັກສາ, ຟື້ນຟູ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ຕໍ່ບັນດາສິ່ງທ້າທາຍຂອງຍຸກສະໄໝ.
ທ່ານ ຟ້າມຮວ່າງເຊີນ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ບັກນິງ ໃຫ້ຮູ້ວ່າ:
“ເພື່ອປະຕິບັດໂຄງການເຄື່ອນໄຫວປົກປັກຮັກສາມໍລະດົກນັ້ນ, ທາງແຂວງ ບັກນິງ ກຳນົດ ສືບຕໍ່ສ້າງກົນໄກ, ນະໂຍບາຍໜູນຊ່ວຍຊຸມຊົນປະຕິບັດອາຊີບ ແລະ ນັກສິລະປະກອນໃຫ້ສົມບູນແບບ. ໄປຄຽງຄູ່ກັນນັ້ນ, ຍູ້ແຮງການບຳລຸງສ້າງ, ຖ່າຍທອດອາຊີບ; ນຳການສຶກສາມໍລະດົກເຂົ້າໂຮງຮຽນຢ່າງມີແບບມີແຜນ; ປະຕິບັດການສຳຫຼວດກກວດກາ, ຫັນເປັນດີຈີຕອນ ແລະ ຄົ້ນຄວ້າມໍລະດົກຢ່າງມີລະບົບ, ມີວິທະຍາສາດ; ເພີ່ມທະວີການໂຄສະນາ, ຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບຄຸນຄ່າມໍລະດົກ.”
່(ແຫຼ່ງຄັດຈາກ VOV)