• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ໂຕເລີມ ສະເໜີບັນດາວິສາຫະກິດ ອາເມລິກາ ສືບຕໍ່ເພີ່ມທະວີ ການລົງທຶນຢູ່ ຫວຽດນາມ

ຕອນບ່າຍວັນທີ 18 ມີນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໂຕເລີມ ໄດ້ໃຫ້ການ ຕ້ອນຮັບຄະນະຜູ້ແທນສະພາທຸລະກິດອາເມລິກາ - ອາຊຽນ (USABC) ນຳໂດຍທ່ານ Ted Osius, ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ປະທານທັງເປັນຜູ້ອຳນວຍການໃຫຍ່ USABC.
ທ່ານເລຂາທິການໃຫຍ່ ໂຕເລີມ ໃຫ້ການ ຕ້ອນຮັບຄະນະຜູ້ແທນສະພາທຸລະກິດອາເມລິກາ - ອາຊຽນ (USABC) ນຳໂດຍທ່ານ Ted Osius ປະທານທັງເປັນຜູ້ອຳນວຍການໃຫຍ່ USABC

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລີມ ຢືນຢັນວ່າ ຫວຽດນາມ ຖື ອາເມລິກາ ແມ່ນຄູ່ຮ່ວມມື ຍຸດທະສາດ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຊີ ສືບຕໍ່ແມ່ນພື້ນຖານ ແລະ ເປັນ ກຳລັງໜູນຊຸກຍູ້ການພົວພັນສອງຝ່າຍ; ປາດຖະໜາຢາກສືບຕໍ່ປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບອາເມລິກາຢ່າງຕັ້ງໜ້າ ແລະ ເລິກເຊິ່ງກ່ວາອີກ, ໃນນັ້ນມີການສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ. ທ່ານ ເລຂາທິການໃຫຍ່ສະເໜີ USABC ຈົ່ງຮ່ວມເດີນທາງພ້ອມກັບ ບັນດາປະເທດສະມາຊິກອາຊຽນ ເພື່ອຊຸກຍູ້ຄວາມສາມັກຄີ, ການຮ່ວມມື, ພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງອາຊຽນ, ຊຶ່ງເປັນ ຕະຫຼາດໃຫຍ່ທີ່ມີທ່າແຮງບົ່ມຊ່ອນອັນໃຫຍ່ຫຼວງ ແລະ ຍັງເປັນກາລະໂອກາດໃຫ້ແກ່ວິສາຫະກິດ ຂອງບັນດາປະເທດ, ໃນນັ້ນມີອາເມລິກາ.

  ສ່ວນທ່ານ Ted Osius ແລະ ຜູ້ຕາງໜ້າບັນດາວິສາຫະກິດ ອາເມລິກາ ເນັ້ນໜັກວ່າ: ສືບຕໍ່ມານະພະຍາຍາມປະກອບສ່ວນພັດທະນາການພົວພັນ ຫວຽດນາມ - ອາເມລິກາ; ຢືນຢັນຈະສືບຕໍ່ສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບຫວຽດນາມ ເພື່ອບັນລຸບັນດາເປົ້າໝາຍພັດທະນາໃນໄລຍະໃໝ່.

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top