• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ອາຊຽນ ຕີລາຄາສູງ ຜົນສຳເລັດຂອງ ຫວຽດນາມ ໃນປີປະທານ ອາຊຽນ 2020

      ວັນທີ 26 ກຸມພາ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ໄດ້ຍື່ນສານຕາຕັ້ງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ເຖິງທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi, ກາຍເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ.
ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ  ແລະ ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi 
      ທີ່ພິທີ, ອີກຄັ້ງໜຶ່ງ, ທ່ານເລຂາທິການໃຫຍ່ ອາຊຽນ ໄດ້ຊົມເຊີຍ ແລະ ຕີລາຄາສູງຜົນສຳເລັດຂອງ ຫວຽດນາມ ໃນປີປະທານ ອາຊຽນ 2020, ພິເສດແມ່ນໃນການນຳພາ ອາຊຽນ ຮັກສາຄວາມສາມັກຄີ ແລະ ເປັນເຈົ້າການຮັບມືກັບສະພາບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19. ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ກໍຢັ້ງຢືນຄືນໃໝ່ບັນດາການປະກອບສ່ວນສຳຄັນຂອງ ຄະນະກຳມະການ ບັນດາຜູ້ຕາງໜ້າ ປະຈຳ ອາຊຽນ (CPR) ໃນປີປະທານ ອາຊຽນ 2020, ເປັນຕົ້ນແມ່ນວຽກງານເປັນເຈົ້າພາບ, ເຂົ້າຮ່ວມການເຈລະຈາ ແລະ ບັນລຸໄດ້ເອກະສານສຳຄັນຫຼາຍສະບັບໃນຂອບເຂດການຮ່ວມມືຂອງ ອາຊຽນ ສຳລັບຄູ່ຮ່ວມມື, ຊຸກຍູ້ການປະສານງານໃນບັນດາບັນຫາເສົາຄ້ຳ, ປັບປຸງບົດບາດ ແລະ ການເຄື່ອນໄຫວຂອງຄະນະເລຂາ ອາຊຽນ. ທ່ານ Dato Lim Jock Hoi ເຊື່ອໝັ້ນວ່າ ດ້ວຍປະສົບການຂອງນັກການທູດທີ່ເຄື່ອນໄຫວເປັນເວລາດົນນານ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັ່ງ ຈະມີການປະກອບສ່ວນສຳຄັນ ແລະ ຕັ້ງໜ້າໃນວຽກງານຂອງ CPR, ສືບຕໍ່ປັບປຸງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນ ອາຊຽນ ແລະ ຂອງ ອາຊຽນ ໃນປະຊາຄົມສາກົນ.
        ໃນປີ 2021, ຄະນະຜູ້ຕາງໜ້າ ຫວຽດນາມ ຈະຮັບດຳລົງບົດບາດເປັນປະທານຂອງ ກຸ່ມສະເພາະກິດຂໍ້ລິເລີ່ມຮ່ວມສຳພັນ ອາຊຽນ (IAI) ແລະ ສະພາມອບກຳມະສິດກອງທຶນ ອາຊຽນ (AF BOT), ປະຕິບັດສຳເລັດອາຍຸການປະສານງານການພົວພັນຄູ່ຮ່ວມມື ອາຊຽນ - ຍີ່ປຸ່ນ ໄລຍະ 2018 – 2021 ແລະ ຮັບບົດບາດເປັນປະສານງານການພົວພັນ ອາຊຽນ - ສ.ເກົາຫຼີ ໄລຍະ 2021 – 2024.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ ຢູ່ ອາ​ເມ​ລິ​ກາ ແລະ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ ຢູ່ ອາ​ເມ​ລິ​ກາ ແລະ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ

ນັບແຕ່ວັນທີ 21 – 27 ກັນຍາ 2024, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກຄອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ.

Top