• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງໄດ້ສົ່ງຈົດໝາຍເຖິງ ກອງປະຊຸມສຳມະນາວິທະຍາສາດລະດັບຊາດ

      ປະຕິບັດຄຳສັ່ງສອນຂອງທ່ານປະທານໂຮ່ຈີມິງ, 70 ກວ່າປີທີ່ຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ການຊ່ວຍເຫຼືອຂອງປະຊາຊົນ, ກຳລັງຕຳຫຼວດປະຊາຊົນໄດ້ເຝິກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ ແລະ ຍາມໃດກໍຈົ່ງຮັກຜັກດີຕໍ່ພັກ...

ກອງປະຊຸມສຳມະນາວິທະຍາສາດ - ພຶດຕິກຳຕົວຈິງ ລະດັບຊາດ “70 ປີ ຕຳຫຼວດປະຊາຊົນຫວຽດນາມຮ່ຳຮຽນ,
ປະຕິບັດຄຳສັ່ງສອນ 06 ຂໍ້ຂອງປະທານໂຮ່ຈີມິນ
(ພາບ: ກະຊວງຕຳຫຼວດ)      
      ວັນທີ 05 ມີນາ, ກະຊວງຕຳຫຼວດຫວຽດນາມສົມທົບກັບ ວາລະສານກອມມູນິດ, ໜັງສືພິມNhandan- ສຽງຂອງສູນກາງພັກກອມມູນິດຫວຽດນາມ ພ້ອມກັນຈັດກອງປະຊຸມສຳມະນາວິທະຍາສາດ - ພຶດຕິກຳຕົວຈິງ ລະດັບຊາດ “70 ປີ ຕຳຫຼວດປະຊາຊົນຫວຽດນາມຮ່ຳຮຽນ, ປະຕິບັດຄຳສັ່ງສອນ 06 ຂໍ້ຂອງປະທານໂຮ່ຈີມິນ”. ທ່ານເລຂາທິການໃຫຍ່ ຄະນະປະຕິບັດງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງຢັ້ງຢືນວ່າ: ປະຕິບັດຄຳສັ່ງສອນຂອງທ່ານປະທານໂຮ່ຈີມິງ, 70 ກວ່າປີທີ່ຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ການຊ່ວຍເຫຼືອຂອງປະຊາຊົນ, ກຳລັງຕຳຫຼວດປະຊາຊົນໄດ້ເຝິກຝົນຫຼໍ່ຫຼອມຢ່າງບໍ່ຢຸດຢັ້ງ ແລະ ຍາມໃດກໍຈົ່ງຮັກຜັກດີຕໍ່ພັກ, ປະເທດຊາດ ແລະ ປະຊາຊົນ, ຄວາມຜູກພັນແບບເລືອດເນື້ອກັບປະຊາຊົນ, ເພື່ອປະຊາຊົນ. ປັດຈຸບັນນີ້, ປະເທດຊາດພວມມີຫຼາຍກາລະໂອກາດ ແລະເງື່ອນໄຂອັນສະດວກເພື່ອພັດທະນາ, ຮຽກຮ້ອງໃຫ້ກຳລັງຕຳຫຼວດປະຊາຊົນຕ້ອງອອກແຮງຮ່ຳຮຽນ, ເຝິກຝົນຫຼໍ່ຫຼອມ ເພື່ອກາຍເປັນກຳລັງບໍລິສຸດໂປ່ງໃສ, ໝັ້ນຄົງເຂັ້ມແຂງ, ເປັນກອງທັບຫຼວງແລະ ທັນສະໄໝຢ່າງແທ້ຈິງ ເພື່ອປ້ອງກັນລະບອບ, ປ້ອງກັນປະຊາຊົນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງປາດຖະໜາວ່າ ກອງປະຊຸມສຳມະນາ ຈະສືບຕໍ່ໂຄສະນາເຜີຍແຜ່, ສຶກສາຢ່າງເລິກເຊິ່ງກວ້າງຂວາງ ກ່ຽວກັບເນື້ອໃນ, ຄຸນຄ່າ ແລະ ຄວາມໝາຍປະຫວັດສາດຂອງ ຄຳສັ່ງສອນ 06 ຂໍ້ຂອງທ່ານປະທານໂຮ່ຈີ໋ມິງ ກ່ຽວກັບ ຖານະບົດບາດຂອງຜູ້ທີ່ເປັນຕຳຫຼວດປະຕິວັດສູ່ພະນັກງານ, ຕຳຫຼວດແຕ່ລະຄົນ ແລະ ໃນທົ່ວພັກ, ທົ່ວປວງຊົນ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top