• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສິ້ນສຸດການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ,ເລີ່ມຕົ້ນການຢ້ຽມຢາມ ມຽນມາ

      ຕອນເຊົ້າວັນທີ 24 ສິງຫາ, ເມື່ອສິ້ນສຸດການຢ້ຽມຢາມ ສາທາລະນະລັດ ອິນໂດເນເຊຍ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເດີນທາງໄປຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ສະຫະພາບ ມຽນມາ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ມຽນມາ Htin Kyaw.​

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເດີນທາງໄປຢ້ຽມຢາມ ມຽນມາ 
      ນີ້ແມ່ນການຢ້ຽມຢາມ ມຽນມາ ຂອງທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ພາຍຫຼັງ 20 ປີ ນັບແຕ່ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂດ໋ເມື່ອຍ ໃນປີ 1997 ແລະ ຖືກດຳເນີນກົງກັບຈຸດເວລາທີ່ ມຽນມາ ພວມກ້າວເຂົ້າສູ່ໄລຍະໃໝ່. ການຢ້ຽມຢາມແມ່ນຂີດໝາຍສຳຄັນ, ສ້າງກຳລັງໜູນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ ຫວຽດນາມ - ມຽນມາ ພັດທະນາຂຶ້ນສູ່ລະດັບສູງໃໝ່.
        ກ່ອນໜ້ານັ້ນ, ເມື່ຶອເດີນທາງອອກຈາກ ຈາກາຕາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຝາກໂທລະເລກຂອບໃຈທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo. ໃນໂທລະເລກ, ທ່ານເລຂາທິການໃຫຍ່ໄດ້ສະແດງຄວາມເຊື່ອໝັ້ນ ກ່ຽວກັບອະນາຄົດອັນດີງາມຂອງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ອິນໂດເນເຊຍ ກໍ່ຄືກ່ຽວກັບ ອາຊຽນ ສາມັກຄີ, ເປັນເອກະພາບ ແລະ ໝັ້ນຄົງເຂັ້ມແຂງ. ທ່ານເລຂາທິການໃຫຍ່ ຫວັງວ່າ ໝາກຜົນອັນດີງາມຂອງການຢ້ຽມຢາມ ອິນໂດເນເຊຍ ຄັ້ງນີ້ຈະປະກອບສ່ວນສຳຄັນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ເລິກເຊິ່ງຕື່ມອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືແທດຈິງ ແລະ ສ້າງຕັ້ງບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງ 2 ປະເທດ, ເພື່ອຄວາມວັດທະນາຖາວອນລວມຂອງ 2 ຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top