ຕອນເຊົ້າວັນທີ 24 ສິງຫາ, ເມື່ອສິ້ນສຸດການຢ້ຽມຢາມ ສາທາລະນະລັດ ອິນໂດເນເຊຍ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເດີນທາງໄປຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ສະຫະພາບ ມຽນມາ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ມຽນມາ Htin Kyaw.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເດີນທາງໄປຢ້ຽມຢາມ ມຽນມາ
ນີ້ແມ່ນການຢ້ຽມຢາມ ມຽນມາ ຂອງທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ພາຍຫຼັງ 20 ປີ ນັບແຕ່ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂດ໋ເມື່ອຍ ໃນປີ 1997 ແລະ ຖືກດຳເນີນກົງກັບຈຸດເວລາທີ່ ມຽນມາ ພວມກ້າວເຂົ້າສູ່ໄລຍະໃໝ່. ການຢ້ຽມຢາມແມ່ນຂີດໝາຍສຳຄັນ, ສ້າງກຳລັງໜູນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດ ຫວຽດນາມ - ມຽນມາ ພັດທະນາຂຶ້ນສູ່ລະດັບສູງໃໝ່.
ກ່ອນໜ້ານັ້ນ, ເມື່ຶອເດີນທາງອອກຈາກ ຈາກາຕາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຝາກໂທລະເລກຂອບໃຈທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo. ໃນໂທລະເລກ, ທ່ານເລຂາທິການໃຫຍ່ໄດ້ສະແດງຄວາມເຊື່ອໝັ້ນ ກ່ຽວກັບອະນາຄົດອັນດີງາມຂອງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ - ອິນໂດເນເຊຍ ກໍ່ຄືກ່ຽວກັບ ອາຊຽນ ສາມັກຄີ, ເປັນເອກະພາບ ແລະ ໝັ້ນຄົງເຂັ້ມແຂງ. ທ່ານເລຂາທິການໃຫຍ່ ຫວັງວ່າ ໝາກຜົນອັນດີງາມຂອງການຢ້ຽມຢາມ ອິນໂດເນເຊຍ ຄັ້ງນີ້ຈະປະກອບສ່ວນສຳຄັນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ເລິກເຊິ່ງຕື່ມອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງການພົວພັນມິດຕະພາບ, ຊຸກຍູ້ການຮ່ວມມືແທດຈິງ ແລະ ສ້າງຕັ້ງບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງ 2 ປະເທດ, ເພື່ອຄວາມວັດທະນາຖາວອນລວມຂອງ 2 ຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)