• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ

      ວັນທີ 1 ສິງຫາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດ ລາວ

 ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ  ຕ້ອນຮັບ ທ່ານ ກິແກ້ວ ໄຂຄຳພິທູນ
      ໂດຍທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົບພັກປະຊາຊົນປະຕິວັດລາວ, ປະທານສະພາວິທະຍາສາດສັງຄົມແຫ່ງຊາດ ລາວ ກິແກ້ວ ໄຂຄຳພິທູນ, ນຳໜ້າຄະນະມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ 5 ລະຫວ່າງ 2 ພັກ ດ້ວຍຫົວຂໍ້ວ່າ: “ການພັດທະນາໄວ, ໝັ້ນຄົງ”. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບລາວ ຮັກສາ, ເພີ່ມຄຸນພຸນສ້າງ ແລະ ສືບທອດໃຫ້ລຸ້ນຕໍ່ໆໄປກ່ຽວກັບສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ ໃນໄລຍະຈະມາເຖິງ. ຄະນະໂຄສະນາສຶກສາສູນກາງ, ສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະໂຄສະນາອົບຮົບສູນກາງ, ສະພາວິທະຍາສາດສັງຄົມແຫ່ງຊາດ ລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການຮ່ວມມືຄົ້ນຄວ້າ, ເຮັດແຈ້ງບັນດາບັນຫາຮີບດ່ວນທີ່ພວມວາງອອກສຳລັບພາລະກິດປ່ຽນໃໝ່ຢູ່ແຕ່ລະປະເທດ, ໂດຍສະເພາະ ແມ່ນບັນດາບັນຫາກ່ຽວກັບການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ພັດທະນາເສດຖະກິດສັງຄົມ, ເຊື່ອມໂຍງເຂົ້າກັບສາກົນ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top