• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຝູຈ້ອງ ເປັນປະທານກອງປະຊຸມຄະນະປະຈຳຄະນະຊີ້ນຳສູນກາງພັກກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້

ວຽກງານກວດກາ, ຕິດຕາມ, ກວດສອບ ສືບຕໍ່ໄດ້ຮັບການຍູ້ແຮງ, ອົງການທີ່ມີໜ້າທີ່ຮັບຜິດຊອບໄດ້ປະຕິບັດກົນໄກສົມທົບກັນຢ່າງເຂັ້ມງວດໃນການຄົ້ນພົບ, ແກ້ໄຂການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້.
  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ຈີ້ຢຸ້ງ/TTXVN)  

 ຕອນເຊົ້າວັນທີ 27 ເມສາ, ຢູ່ສຳນັກງານສູນກາງພັກ, ຄະນະປະຈຳຄະນະຊີ້ນຳສູນກາງພັກ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ ໄດ້ຈັດຕັ້ງກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳ ເພື່ອປຶກສາຫາລື, ປະກອບຄຳເຫັນຊີ້ນຳແກ້ໄຂຄະດີ, ເຫດການໂດຍ ຄະນະຊີ້ນຳຕິດຕາມ, ກຳນົດຄວາມຮຽກຮ້ອງຕ້ອງການໃນໜ້າທີ່ປະຕິບັດວຽກງານໃນການປ້ອງກັນຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ ໃນໄລຍະຈະມາເຖິງ.

ຕາມການຕີລາຄາຂອງຄະນະປະຈຳຄະນະຊີ້ນຳແລ້ວ, ນັບແຕ່ຕົ້ນປີມານີ້, ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ສືບຕໍ່ໄດ້ຮັບການຍູ້ແຮງ ແລະ ມີການຫັນປ່ຽນໃໝ່ໃນຫຼາຍຂົງເຂດ. ວຽກງານກວດກາ, ຕິດຕາມ, ກວດສອບ ສືບຕໍ່ໄດ້ຮັບການຍູ້ແຮງ, ອົງການທີ່ມີໜ້າທີ່ຮັບຜິດຊອບໄດ້ປະຕິບັດກົນໄກສົມທົບກັນຢ່າງເຂັ້ມງວດໃນການຄົ້ນພົບ, ແກ້ໄຂການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້.

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ຄະນະປະຈຳຄະນະຊີ້ນຳ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບສືບຕໍ່ຍູ້ແຮງກ່ວາອີກ ດ້ວຍຄວາມຕັດສິນໃຈສູງ, ການກະທຳຢ່າງແຮງ, ຂ້ຽວຂາດ, ຮີບດ່ວນກ່ວາອີກ, ເດັດຂາດ, ເດັດດ່ຽວໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ເປັນເຈົ້າການ ບຸກໂຈມຕີ, ປັບໄໝລົງໂທດຕໍ່ບັນດາກະທຳສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ຢ່າງເຂັ້ມງວດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top