• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 90 ປີແຫ່ງວັນມູນເຊື້ອກຳມະກອນເຂດບໍ່ແຮ່ - ມູນເຊື້ອຂະແໜງຖ່ານຫີນ

ທົ່ວຂະແໜງຕ້ອງຍົກສູງກຳລັງຄວາມສາມາດໃນການຄາດຄະເນ, ຈັດຕັ້ງການຜະລິດ ແລະ ສະໜອງຖ່ານຫີນໃຫ້ເປັນປົກກະຕິ, ໂດຍສະເພາະແມ່ນໃຫ້ແກ່ການຜະລິດໄຟຟ້າ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ກ່າວຄຳເຫັນພິທີ. (ພາບ: VNA)

ເສີມ​ຂະ​ຫຍາຍ​ມູນ​ເຊື້ອ "​ລະ​ບຽບວິໄນ ແລະ ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ", ​ພ້ອມ​ກັນ​ເພື່ອ​ຊອກຫາວິທີເຮັດທີ່ດີກວ່າ, ແກ້ໄຂບັນ​ດາຄວາມຫຍຸ້ງຍາກໃນການຜະລິດ ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ອອກ​ແຮງ​ງານ​ຢ່າງ​ທັນ​ການ. ນັ້ນແມ່ນຄຳຮ້ອງ​ຂອງ ​ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ທີ່ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 90 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ມະ​ກອນ​ເຂດບໍ່ແຮ່ - ມູນ​ເຊື້ອ​ຂະ​ແໜງຖ່ານຫີນ (12 ພະຈິກ 1936 - 12 ພະຈິກ 2026) ແລະ ພິທີຮັບຫຼຽນໄຊແຮງງານຊັ້ນສາມ ຂອງກຸ່ມບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ ແລະ ແຮ່ທາດ ຫວຽດນາມ ເຊິ່ງໄດ້ຈັດຂຶ້ນໃນຕອນ​ຄ່ຳ​ວັນ​ທີ 07 ພະຈິກ, ຢູ່​ນະ​ຄອນ ກວາງນິງ.

ກ່າວຄຳເຫັນພິທີ, ​ທ່ານເລຂາທິການໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລີມ ​ຖືວ່າ ​ທົ່ວ​ຂະ​ແໜງ​ຕ້ອງ​ຍົກ​ສູງ​ກຳ​ລັງຄວາມສາມາດໃນການຄາດຄະເນ, ຈັດຕັ້ງການຜະລິດ ແລະ ສະໜອງຖ່ານຫີນໃຫ້​ເປັນ​ປົກ​ກ​ະ​ຕິ, ໂດຍສະເພາະແມ່ນ​ໃຫ້​ແກ່ການຜະລິດໄຟຟ້າ; ສົມທົບ​ກັບການຂຸດຄົ້ນ​ຢູ່ພາຍໃນປະເທດກັບການນຳເຂົ້າ ແລະ ສຳຮອງໄວ້ຢ່າງ​ສົມ​ເຫດ​ສົມ​ຜົນ. ​ເປັນ​ເຈົ້າ​ການ​ສ້າງແຜນການ​ຮັບ​ມື​ກັບ​ການ​ຜັນຜວນຂອງຕະຫຼາດ, ລະບົບສະໜອງ, ໄພພິບັດທຳມະຊາດເພື່ອປະກອບສ່ວນເຂົ້າໃນການຮັບປະກັນ​ການເຄື່ອນໄຫວພື້ນ​ຖານ​ເສດຖະກິດຢ່າງ​ໝັ້ນ​ຄົງ. ​ຂະ​ແໜງຖ່ານຫີນຕ້ອງຮັບປະກັນການສະໜອງ​ໃນ​ປະ​ຈຸ​ບັນ, ພ້ອມກັນ​ນັ້ນ ກໍ່ກະກຽມ​ໃຫ້​ແກ່​ວິ​ວັດ​ການຫັນປ່ຽນພະລັງງານ​ໃນ​ໄລ​ຍະ​ຍາວ. ທ່ານກໍ່​ສະ​ເໜີ​ໃຫ້​ທົ່ວ​ຂະ​ແໜງ​ຍູ້​ແຮງ​ການ​ຫັນ​ເປັນກົນຈັກ, ຫັນເປັນອັດຕະໂນມັດ, ​ຂຸດ​ຄົ້ນ, ປຸງແຕ່ງ, ການຂົນສົ່ງ ແລະ ບໍ​ລິ​ຫານ; ຂຸດຄົ້ນຢ່າງມີຄວາມຮັບ​ຜິດ​ຊອບ, ​ຕິດ​ພັນ​ການພັດທະນາ​ຂະ​ແໜງຖ່ານຫີນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ອະນາຄົດຂອງແຂວງ ກວາງນິງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ

ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.

Top