• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພົບປະກັບຄະນະນັກຮຽນ, ນັກສຶກສາດີເດັ່ນ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະແດງຄວາມຫວັງຢາກໃຫ້ຂະແໜງສຶກສາ ແລະ ບຳລຸງສ້າງ ເອົາໃຈໃສ່ເປັນພິເສດເຖິງຂະແໜງສຶກສາຢ່າງຮອບດ້ານໃຫ້ພວກຫຼານ, ນັບທັງມີຈັນຍາບັນ, ພຸມປັນຍາ…

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ທີ່ການພົບປະ 

ຕອນບ່າຍວັນທີ 3 ພະຈິກ, ທີ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ພົບປະກັບຄະນະນັກຮຽນ, ນັກສຶກສາດີເດັ່ນສົກຮຽນ 2017 – 2018. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະແດງຄວາມຫວັງຢາກໃຫ້ຂະແໜງສຶກສາ ແລະ ບຳລຸງສ້າງ ເອົາໃຈໃສ່ເປັນພິເສດເຖິງຂະແໜງສຶກສາຢ່າງຮອບດ້ານໃຫ້ພວກຫຼານ, ນັບທັງມີຈັນຍາບັນ, ພຸມປັນຍາ…, ພິເສດໃນເງື່ອນໄຂທີ່ປະເທດຊາດເປີດປະຕູເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ, ກ້ວາງຂວາງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຫວັງວ່າ ຂະແໜງສຶກສາ ແລະ ບຳລຸງສ້າງສືບຕໍ່ປ່ຽນໃໝ່ໂດຍພື້ນຖານ, ຮອບດ້ານຂະແໜງສຶກສາ ແລະ ບຳລຸງສ້າງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນປະເທດເປັນອຸດສາຫະກຳ, ທັນສະໄໝໃນເງື່ອນໄຂເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ ແລະ ການເຊື່ອມໂຍງເຂົ້າກັບສາກົນ; ສ້າງພື້ນຖານການສຶກສາຂອງປະເທດຊາດນັບມື້ນັບພັດທະນາ, ຮຽງບ່າຮຽງໄຫລ່ພ້ອມກັບບັນດາປະເທດມະຫາອຳນາດໃນໂລກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຫວັງວ່າ ບັນດາຄູອາຈານສືບຕໍ່ອຸທິດສ່ວນຄວາມສຸດຈິດສຸດໃຈ, ພຸມປັນຍາໃຫ້ແກ່ພາລະກິດການສຶກສາພາຍໃນປະເທດ, ເບິ່ງແຍງດູແລໃຫ້ແກ່ລຸ້ນໜຸ່ມຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)


ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top