• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດ ຈີນ ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈອະດີດເລຂາທິການໃຫຍ່ ໂດເມື່ອຍ ເຖິງແກ່ມໍລະນະກຳ

      ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ປັກກິ່ງ ປະເທດ ຈີນ ແລ້ວ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄອບຄົວຍາດຕິພີ່ນ້ອງອະດີດເລຂາທິການໃຫຍ່ ໂດເມື່ອຍ.

ອະດີດເລຂາທິການໃຫຍ່ ໂດເມື່ອຍ (ພາບ: TTXVN)
      ເນື້ອໃນສານມີຕອນຂຽນວ່າ: ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງເຖິງຄອບຄົວອະດີດເລຂາທິການໃຫຍ່ ໂດເມື່ອຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ເຊື່ອໝັ້ນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຈະຫັນຄວາມເຈັບປວດນີ້ເປັນກຳລັງແຮງ, ສືບຕໍ່ບັນລຸໄດ້ຜົນງານຫລາຍຢ່າງໃນພາລະກິດສ້າງສາສັງຄົມນິຍົມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ກໍ່ສະແດງຄວາມປາດຖະໜາຢາກປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ຈີນ, ລົງເລິກການຮ່ວມມື, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ສືບຕໍ່ພັດທະນາເປັນປົກກະຕິ ແລະ ປອດໃສ.
 (ແຫຼ່ງຄັດຈາກ VOV)
 

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top