• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຟສບຸກ ໄດ້ລຶບເທບບັນທຶກພາບວີດີໂອ 5 ລ້ານກວ່າເລື່ອງ ກ່ຽວກັບການບຸກໂຈມຕີໂດຍໃຊ້ຄວາມຮຸນແຮງ

      ໄລ່ມາຮອດວັນທີ 17 ມີນາ, ຈຳນວນຜູ້ເສຍຊີວິດຈາກເຫດບຸກໂຈມຕີໂບດ ອິດສະລາມ ຢູ່ ນິວຊີແລນ  ໄດ້ເພີ່ມຂື້ນເຖິງ 50 ຄົນ.
            ສື່ສັງຄົມ ເຟສບຸກ ໃຫ້ຮູ້ວ່າ ໄດ້ລຶບເທບບັນທຶກພາບວີດີໂອຈຳນວນ 1,5 ລ້ານເລື່ອງໃນທົ່ວໂລກ ທີ່ກ່ຽວຂ້ອງເຖິງການບຸກໂຈມຕີກໍ່ການຮ້າຍແນໃສ່ໂບດ ອິດສະລາມ ຢູ່ນິວຊີແລນ.
            ໃນເນື້ອໃນລົງເຟສບຸກໃນຕອນຄ່ຳວັນທີ 16 ມີນາ, ເຟສບຸກ ໄດ້ຊີ້ແຈ້ງວ່າໃນ 24 ຊົ່ວໂມງທຳອິດ, ພວກຂ້າພະເຈົ້າໄດ້ລຶບ ເທບບັນທຶກພາບວີດີໂອຈຳນວນ 1,5 ລ້ານເລື່ອງ ໃນທົ່ວໂລກ ທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີ, ໃນນັ້ນ ມີກວ່າ 1,2 ລ້ານເລື່ອງ ຖືກລັອກບໍ່ໃຫ້ໂຫລດ. ນອກຈາກນັ້ນ, ເຟສບຸກ ກໍ່ໄດ້ແຈ້ງການລຶບທຸກໆເທບບັນທຶກພາບວີດີໂອທີ່ມີການດັດແກ້ຕັດຕໍ່ວີດີໂອ ບໍ່ສະເໜີເນື້ອໃນກຣາຟິກ, ເພື່ອແນໃສ່ສະແດງຄວາມເຄົາລົບຕໍ່ຜູ້ຖືກຜົນກະທົບຍ້ອນເຫດຍິງປືນ, ກໍ່ຄືຄວາມວິຕົກກັງວົນຂອງເຈົ້າໜ້າທີ່ທ້ອງຖິ່ນ.
            ໄລ່ມາຮອດວັນທີ 17 ມີນາ, ຈຳນວນຜູ້ເສຍຊີວິດຈາກເຫດບຸກໂຈມຕີໂບດ ອິດສະລາມ ຢູ່ ນິວຊີແລນ  ໄດ້ເພີ່ມຂື້ນເຖິງ 50 ຄົນ. ພວກມືປືນໄດ້ຖ່າຍທອດສົດເຫດການບຸກໂຈມຕີເມື່ອວັນທີ 15 ມີນາ ຜ່ານທາງ ເຟສບຸກ ໃນເວລາ 17 ນາທີ. ຫຼັງຈາກນັ້ນຫຼາຍຊົ່ວໂມງ, ບັນດາ ຟາຍກອບປີ ຈາກວີດີໂອດັ່ງກ່າວ ກໍ່ໄດ້ຖືກແຜ່ພາບໃນສື່ສັງຄົມ. ທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ນິວຊີແລນ ໄດ້ຖະແຫຼງວ່າຢາກປຶກສາຫາລືກັບ ເຟສບຸກ ກ່ຽວກັບການຖ່າຍທອດສົດດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top