• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

49 ປີແຫ່ງວັນທ້ອນໂຮມປະເທດຊາດ: ນັກຊ່ຽວຊານອາເມລິກາລາຕິນ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນປະພາຄານແຫ່ງຄວາມປາດຖະໜາ

ຕາມ ທ່ານ ປອ Ruvislei González Sáez, ນັກຊ່ຽວຊານແຖວໜ້າກ່ຽວກັບຫວຽດນາມ ໃນພາກພື້ນ ອາເມລິກາລາຕິນ ແລ້ວ, ມະຫາໄຊລະດູບານໃໝ່ປີ 1975 ດ້ວຍຍອດສູງແມ່ນບັັ້ນຮົບໂຮ່ຈີມິນປະຫວັດສາດ, ໄດ້ສະແດງໃຫ້ເຫັນຄວາມມານະອົດທົນ ແລະ ເຈດຈຳນົງທີ່ອົງອາດກ້າແກ່ນຂອງປະທານ ໂຮ່ຈີມິນ ແລະ ປະຊາຊົນ ຫວຽດນາມ. ວັນມະຫາໄຊ 30 ເມສາ 1975 ໄດ້ທ້ອນໂຮມປະເທດຫວຽດນາມເປັນບຶກໜຶ່ງແຜ່ນດຽວ ແລະ ເປີດເສັ້ນທາງກ້າວໄປສູ່ສັງຄົມນິຍົມ.
ທ່ານ ປອ Ruvislei González Sáez, ນັກຊ່ຽວຊານແຖວໜ້າກ່ຽວກັບຫວຽດນາມ ໃນພາກພື້ນ ອາເມລິກາລາຕິນ

ວັນທີ 30 ເມສາ 1975 ບໍ່ພຽງແຕ່ແມ່ນຂີດໝາຍ ອັນຮຸ່ງເຮືອງເຫຼື້ອງເຫຼື້ອມໃນປະຫວັດສາດຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນສັນຍາລັກລະດົມກຳລັງໃຈໃຫ້ປະຊາຊົນຕໍ່ສູ້ ຢ່າງພິລະອາດຫານຕ້ານລັດທິລາເມືອງຂຶ້ນແບບເກົ່າ ແລະ ໃໝ່, ຍາດເອົາເອກະລາດແຫ່ງຊາດ. ນີ້ແມ່ນຂໍ້ສັງເກດຂອງທ່ານ ປອ Ruvislei González Sáez, ນັກຊ່ຽວຊານແຖວໜ້າກ່ຽວກັບຫວຽດນາມ ໃນພາກພື້ນ ອາເມລິກາລາຕິນ.

 ຕາມ ທ່ານ ປອ Ruvislei González Sáez, ນັກຊ່ຽວຊານແຖວໜ້າກ່ຽວກັບຫວຽດນາມ ໃນພາກພື້ນ ອາເມລິກາລາຕິນ ແລ້ວ, ມະຫາໄຊລະດູບານໃໝ່ປີ 1975 ດ້ວຍຍອດສູງແມ່ນບັັ້ນຮົບໂຮ່ຈີມິນປະຫວັດສາດ, ໄດ້ສະແດງໃຫ້ເຫັນຄວາມມານະອົດທົນ ແລະ ເຈດຈຳນົງທີ່ອົງອາດກ້າແກ່ນຂອງປະທານ ໂຮ່ຈີມິນ ແລະ ປະຊາຊົນ ຫວຽດນາມ. ວັນມະຫາໄຊ 30 ເມສາ 1975 ໄດ້ທ້ອນໂຮມປະເທດຫວຽດນາມເປັນບຶກໜຶ່ງແຜ່ນດຽວ ແລະ ເປີດເສັ້ນທາງກ້າວໄປສູ່ສັງຄົມນິຍົມ.

 ທ່ານ ປອ Ruvislei González Sáez ຢືນຢັນວ່າ ຫວຽດນາມ ແມ່ນປະພາຄານແຫ່ງຄວາມປາດຖະໜາຂອງໂລກ. ພາຍຫຼັງການທ້ອນໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ. ຍ້ອນມີການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ຫວຽດນາມຈາກໜຶ່ງໃນຈຳນວນ 15 ປະເທດທຸກຍາກທີ່ສຸດໃນໂລກໃນຊຸມປີ 1980-1981 ໄດ້ກາຍເປັນ 1 ໃນ 15 ປະເທດທີ່ມີຄວາມຂະຫຍັນຂັນເຄື່ອນທີ່ສຸດໃນປະຈຸບັນ, ມີລະດັບການເຕີບໂຕສູງທີ່ສຸດ ແລະ ວາງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045.

(ແຫຼ່ງຄັດຈາກ VOV)

ທ່ານເຈິ່ນແທັງເໝີນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດອາຍຸການ 2021-2026

ທ່ານເຈິ່ນແທັງເໝີນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດອາຍຸການ 2021-2026

ໃນຈຳນວນ 475/475 ສສຊ ເຂົ້າຮ່ວມກອງປະຊຸມ (100%) ຕ່າງທີ່ສະໜັບສະໜູນ, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິເລືອກຕັ້ງທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ສສຊ ຊຸດທີ XV ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດຊຸດທີ XV ອາຍຸການ 2021 – 2026.

Top