• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ລະ​ຫວ່າງ ຫວຽດ​ນາມ ກັບ EU ແລະ ບັນ​ດາ​ປະ​ເທດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນການ​ຖື​ເປັນ​ສຳ​ຄັນ​ພິ​ເສດ​ການ​ພົວ​ພັນ​ກັບ ສະ​ຫະ​ພາບ​ເອີ​ລົບ (EU), ກຳ​ນົດ EU ແມ່ນ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ ທ່ານນາງ Ursula von der Leyen​ ປະ​ທານ​ຄະ​ນະ​ກຳ​ມະ​ການ​ ເອີ​ລົບ (EC) (ພາບ: VNA)
ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດສາ​ກົນ​ກ່ຽວ​ກັບ ອາ​ວະ​ກາດ ຢູ່​ນະ​ຄອນຫຼວງ ປາ​ຣີ, ຝ​ລັ່ງ ວັນ​ທີ 10 ກັນ​ຍາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍທີ່​ສຳ​ຄັນ​ກັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ພ້ອມ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ ​ແຟງ​ລັງ, ບູ​ນ​ກາ​ຣີ, ສ.ກົງ​ໂກ ແລະ ແຊັກ​ບີ. ທີ່​ການ​ພົບ​ປະ​ກັບ ​ທ່ານ ນາງ Ursula von der Leyen​ ປະ​ທານ​ຄະ​ນະ​ກຳ​ມະ​ການ​ ເອີ​ລົບ (EC), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນການ​ຖື​ເປັນ​ສຳ​ຄັນ​ພິ​ເສດ​ການ​ພົວ​ພັນ​ກັບ ສະ​ຫະ​ພາບ​ເອີ​ລົບ (EU), ກຳ​ນົດ EU ແມ່ນ​ຄູ່​ຮ່ວມ​ມື​ແຖວ​ໜ້າ​ຂອງ ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ; ສະ​ເໜີ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຕ່​າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສ້າງ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ໂຄງ​ການ​ລະ​ອຽດ, ນຳ​ມາ​ເຊິ່ງ​ໝາກ​ຜົນທີ່​ແທ້​ຈິງ, ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃຫ້້ສົມ​ກັບ​ຂອບ​ເຂດ​ການ​ພົວ​ພັນ​ເຊິ່ງ​ສອງ​ຝ່າຍ​ໄດ້​ສ້າງ​ຕັ້ງ​ຂຶ້ນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕ້ອງປ່ຽນແປງໃໝ່ລະບົບຈຳໜ່າຍນ້ຳມັນເຊື້ອໄຟຢ່າງແທ້ຈິງ

ຕອນເຊົ້າວັນທີ 11 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງກ່ຽວກັບການສ້າງໂຄງປະກອບ ແລະ ຈັດສັນລະບົບການຈຳໜ່າຍນ້ຳມັນເຊື້ອໄຟຄືນໃໝ່.

Top