• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

ເລື່ອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມ ລາວ ໃນວັນທີ 11 ກໍລະກົດ, ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ພາຍຫຼັງທີ່ທ່ານຮັບດຳລົງຕຳແໜ່ງເປັນປະທານປະເທດ ຫວຽດນາມ ນັ້ນ ໄດ້ສະແດງໃຫ້ເຫັນວ່່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.
ທ່ານ ວຽງສະຫວັນ ວິໄລພອນ, ຮອງປະທານຄະນະກຳມະການຮ່ວມມື ລາວ - ຫວຽດນາມ (ພາບ:TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ ວຽງສະຫວັນ ວິໄລພອນ, ຮອງປະທານຄະນະກຳມະການຮ່ວມມື ລາວ - ຫວຽດນາມ, ໄດ້ເນັ້ນໜັກວ່າ ເລື່ອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມ ລາວ ໃນວັນທີ 11 ກໍລະກົດ, ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ພາຍຫຼັງທີ່ທ່ານຮັບດຳລົງຕຳແໜ່ງເປັນປະທານປະເທດ ຫວຽດນາມ ນັ້ນ ໄດ້ສະແດງໃຫ້ເຫັນວ່່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. ນີ້ກໍແມ່ນໂອກາດເພື່ອໃຫ້ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍການນຳອື່ນຂອງລາວ ເປັນເອກະພາບບັນດາກຳນົດທິດ, ແຜນນະໂຍບາຍ ແລະ ບັນດາມາດຕະການໃຫຍ່ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນປີ 2024 ແລະ ຊຸມປີຕໍ່ໄປໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະ ມີປະສິດທິຜົນກວ່າເກົ່າ.

ໃນຂະນະນັ້ນ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ສື່ສານ ລາວ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ກໍ່ໄດ້ສະແດງຄວາມເປັນກຽດ ແລະ ປິຕິຊົມຊື່ນເມື່ອທ່ານປະທານປະເທດ ຫວຽດນາມ ໂຕເລິມ ປະຕິບັດການຢ້ຽມຢາມທາງລັດຖະກິດຢູ່ ລາວ. ຕໍ່ໜ້າສະພາບການໂລກ ແລະ ພາກພື້ນ ພວມມີການການປ່ຽນແປງ ແລະ ຜັນແປຢ່າງສັບສົນ, ທ່ານ ບໍ່ວຽງຄຳ ວົງດາລາ ຖືວ່າ ລາວ ແລະ ຫວຽດນາມ ຍິ່ງຕ້ອງຮຽງບ່າຮຽງໄຫຼ່ເພື່ອພັດທະນາປະເທດຊາດ; ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ ເພື່ອໃຫ້ສອງປະເທດ ພ້ອມກັນພັດທະນາ. ໄປຄຽງຄູ່ກັນນັ້ນ, ສອງປະເທດ ກໍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືທາງດ້ານວັດທະນະທຳ - ສັງຄົມໃຫ້ຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

Top