• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​​ຝາກ​ຊາຍ​ແດນ ຫວຽດ​ນາມ - ຈີນ

ໃນໄລຍະຈະມາເຖິງ, ສອງບ້ານສືບຕໍ່ຍົກສູງຄຸນນະພາບບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ເພີ່ມທະວີການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງ ແລະ ປ້ອງກັນເຂດຊາຍແດນຢ່າງເຂັ້ມງວດ.
  ລາຍການສະແດງສິລະປະໄດ້ສະແດງຢູ່ການສະຫຼຸບເບື້ອງຕົ້ນ (ພາບ: baoquangning.vn)  

ວັນທີ 16 ມີນາ, ຢູ່ຕາແສງ ຮວາງໂມ (ແຂວງກ໋ວາງນິງ) ໄດ້ດຳເນີນລາຍການສະຫຼຸບເບື້ອງຕົ້ນ 10 ປີແຫ່ງການເປັນແຮກສ່ຽວເຂດຊຸມຊົນສອງຝາກເຂດຊາຍແດນລະຫວ່າງ ບ້ານ ຕາເຂົາ (ຕາແສງ ຮ່ວາງໂມ) ແລະ ບ້ານຕຸງຈຸງ (ນະຄອນຟ້າງເຈິນກາງ, ແຂວງກ໋ວາງຊີ, ຈີນ). ເຫດການນອນໃນໂຄງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 10.

ທີ່ລາຍການ, ທ່ານຮອງປະທານຄະນະກຳມະການປະຊາຊົນຕາແສງ ຮ່ວາງໂມ, ຮ່ວາງກຽນຈຸງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງບ້ານສືບຕໍ່ຍົກສູງຄຸນນະພາບບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ເພີ່ມທະວີການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງ ແລະ ປ້ອງກັນເຂດຊາຍແດນຢ່າງເຂັ້ມງວດ, ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບຂອງສອງຝ່າຍໃນວຽກງານຄຸ້ມຄອງ, ປົກປັກຮັກສາເສດຊາຍແດນ, ຫຼັກໝາຍຊາຍແດນ; ພ້ອມທັງຍູ້ແຮງການແລກປ່ຽນບົດຮຽນປະສົບການພັດທະນາເສດຖະກິດ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ.

(ແຫຼ່ງຄັດຈາກ VOV)

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ວັງ Kremlin: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວ

ທ່ານ Peskov ຖືວ່າ ວິວັດການປຶກສາຫາລືຖືກຂາດວັກຂາດຕອນແມ່ນສິ່ງອາດສາມາດເຂົ້າໃຈໄດ້ ໃນສະພາບການການປະທະນັນເພີ່ມຂຶ້ນເຖິງຂັ້ນອັນຕະລາຍຢູ່ ພາກພືນຕາເວັນອອກກາງ.

Top