ຂ່າວສານ
ເພີ່ມທະວີການຮ່ວມມືສາກົນ ເພື່ອແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ
ກ່າວຄຳເຫັນໄຂກອງປະຊຸມ, ສາດສະດາຈານ Irina Umnova, ປະທານກອງທຶນສາກົນ “ເສັ້ນທາງແຫ່ງສັນຕິພາບ”, ໄດ້ຢັ້ງຢືນວ່າ ກອງປະຊຸມສຳມະນານີ້ ແມ່ນໂອກາດເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຮັບປະກັນສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ພ້ອມທັງໃຫ້ຄຳໝັ້ນສັນຍາສະໜັບສະໜູນສົນທະສັນຍາສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ແລະ ບັນດາຫຼັກການລວມ. ຕາມທ່ານແລ້ວ, ຫວຽດນາມ ແມ່ນຕົວຢ່າງໜຶ່ງກ່ຽວກັບການປະຕິບັດຫຼັກການລວມຂອງກົດໝາຍສາກົນຢ່າງຮອບດ້ານ. ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຈະສືບຕໍ່ດຳເນີນໄປຈົນຮອດເວລາໃດທີ່ບັນຫາທະເລຕາເວັນອອກໄດ້ຮັບການແກ້ໄຂ.