ໃນການເຈລະຈາພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ພ້ອມກັນແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານລັດຖະມົນຕີ ຟານວັນຢາງ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສຸມໃສ່ຮ່ວມມືໃນບັນດາຂົງເຂດ, ເຊັ່ນ: ຊຸກຍູ້ການຮ່ວມມືກ່ຽວກັບການຮັກສາສັນຕິພາບ ສປຊ; ຊຸກຍູ້ການຮ່ວມມືກ່ຽວກັບການບຳລຸງສ້າງ; ໃນນັ້ນ ກະຊວງປ້ອງກັນປະເທດ ຫວຽດນາມ ມີຄວາມປາດຖະໜາວ່າ ສະໂລວາກີຈະຄົ້ນຄວ້າຮັບທະຫານ ຫວຽດນາມ ເຂົ້າຮ່ວມຊຸດອົບຮົມພາສາ ສະໂລວາກີ ແລະ ບັນດາຂະແໜງສະເພາະທີ່ ສະໂລວາກີ ມີທ່າແຮງ. ກະຊວງປ້ອງກັນປະເທດ ຫວຽດນາມ ພ້ອມແລ້ວທີ່ຈະຮັບທະຫານ ສະໂລວາກີ ມາຮຽນພາສາ ຫວຽດ, ເຂົ້າຮ່ວມຊຸດອົບຮົມນາຍທະຫານສາກົນ. ພ້ອມດຽວກັນນັ້ນ, ສະເໜີໃຫ້ 2 ຝ່າຍຊອກຫາຄວາມສາມາດຮ່ວມໃນບັນດາຂົງເຂດຕ່າງໆ… ທ່ານພົນເອກ ຟານວັນຢາງ ກໍປາດຖະໜາວ່າ ສະໂລວາກີ ມີຄວາມເອົາໃຈໃສ່, ສົ່ງທູດທະຫານມາ ປະຈຳ ຫວຽດນາມ.
ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຊາດ ສະໂລວາກີ Robert Kalinak ເຫັນດີເປັນເອກະພາບສົ່ງທູດທະຫານ ສະໂລວາກີ ມາປະຈຳ ຫວຽດນາມ; ສະເໜີຈຸດເວລາຈະມາເຖິງ, ສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ອຸດສາຫະກຳປ້ອງກັນຊາດ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ…









