• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບສາມັກຄີອ້າຍນ້ອງ ຫວຽດນາມ - ກູບາ ຢ່າງບໍ່ຢຸດຢັ້ງ

      ຕອນຄ່ຳວັນທີ 09 ມັງກອນ, ທີ່ຮ່າໂນ້ຍ, ສະຖານທູດ ກູບາ ປະຈຳ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງການປະຕິວັດ ກູບາ ປະສົບຜົນສຳເລັດ (01/01/1959 – 01/01/2019).

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ (ພາບ: TTXVN)
      ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ເນັ້ນໜັກວ່າ: ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 02 ທັນວາ 1960, ພັກ, ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ກູບາ ຍາມໃດກໍ່ສາມັກຄີ, ສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນບົນຈິດໃຈສາກົນສັດຊື່ບໍລິສຸດ. ນ້ຳໃຈສາມັກຄີ ແລະ ການສະໜັບສະໜູນຂອງ ກູບາ ທີ່ສະຫງວນໃຫ້ ຫວຽດນາມ ໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາ ຜ່ານການຢ້ຽມຢາມຄັ້ງປະຫວັດສາດຂອງຜູ້ນຳ Fidel Castro ຢູ່ເຂດປົດປ່ອຍພາກໃຕ້ ຫວຽດນາມ ເມື່ອເດືອນ ກັນຍາ 1973, ກໍ່ຄືໃນຄຳເວົ້າຂອງ Fidel ທີ່ວ່າ “ເພື່ອ ຫວຽດນາມ, ກູບາ ພ້ອມແລ້ວທີ່ຈະເສຍສະຫຼະຊີວິດເລືອດເນື້ອຂອງຕົນ”. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຢືນຢັນວ່າ ຄວາມຕັດສິນໃຈຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສືບຕໍ່ມານະພະຍາຍາມສູ້ຊົນເພື່ອພາລະກິດປັບປຸງ, ພັດທະນາ ແລະ ເພີ່ມທະວີການພົວພັນ “ອ້າຍນ້ອງເປັນແບບຢ່າງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຄວາມສາມັກຄີສັດຊື່ບໍລິສຸດ”.
        ທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ  Lianys Torres Riviera ໃຫ້ຮູ້ວ່າ: ຫວຽດນາມ ແລະ ກູບາ ມີການພົວພັນອ້າຍນ້ອງ ແລະ ສາມັກຄີແບບພິເສດ. 2 ປະເທດໄດ້ແບ່ງປັນບົດຮຽນ ແລະ ຮ່ວມມືໃນບັນດາຂົງເຂດຄື ສາທາລະນະສຸກ - ການຢາ, ກະສິກຳ, ເຕັກໂນໂລຊີຊີວະພາບ ແລະ ການກໍ່ສ້າງ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ: ໃນໄລຍະຈະມາເຖິງ, 2 ປະເທດຈະສືບຕໍ່ສູ້ຊົນເພື່ອເພີ່ມທະວີດ້ານການຄ້າ 2 ຝ່າຍກ່ວາອີກ ແລະ ສ້າງຄວາມສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ໄປລົງທຶນຢູ່ ກູບາ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top