• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃນຊ່ອງທາງການທະຫານ

ວັນທີ 24 ກັນຍາ ກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງກອງປະຊຸມອອນລາຍຜູ້ບັນຊາການກຳລັງປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 17 (ACDFM -17).

ທ່ານພົນໂທ ຟານວັນຢາງ , ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ
 (ພາບ: baoquocte.vn)

ດ້ວຍຫົວຂໍ້: “ການຮ່ວມມືດ້ານການທະຫານເພື່ອ ອາຊຽນ ສະຫນິດຕິດພັນ ແລະເປັນເຈົ້າການຮັບມື”, ກອງປະຊຸມ ACDFM -17 ໄດ້ສຸມໃສ່ເຂົ້າໃນບາງເນື້ອໃນຕົ້ນຕໍຄື: ລາຍງານໝາກຜົນກອງປະຊຸມ AMIM -17 ແລະ ໝາກຜົນກອງປະຊຸມ AMOM – 10, ແລກປ່ຽນທັດສະນະ ກ່ຽວກັບບັນດາສິ່ງທ້າທາຍຄວາມໝັ້ນຄົງຢູ່ພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ປຶກສາຫາລືມາດຕະການຊຸກຍູ້ການຮ່ວມມືແທ້ຈິງເພື່ອແນໃສ່ເພີ່ມທະວີການຕິດພັນພາຍໃນກຸ່ມ.

ຕາງຫນ້າຜູ້ບັນຊາການປ້ອງກັນຊາດບັນດາປະເທດ ອາຊຽນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ ເຖິງວ່າໂລກລະບາດໂຄວິດ 19 ຜັນແປໄປສັບສົນ ແຕ່ຫວຽດນາມໄດ້ຕັ້ງຫນ້າຜັນຂະຫຍາຍບັນດາບຸລິມະສິດ, ຂໍ້ລິເລີ່ມໄດ້ວາງອອກໃນປີເປັນປະທານ ອາຊຽນ 2020 ຢ່າງມີປະສິດທິຜົນ, ໃນນັ້ນຈັດຕັ້ງສຳເລັດຜົນບັນດາກອງປະຊຸມ ການທະຫານ ປ້ອງກັນຊາດ ອາຊຽນໃນໄລຍະຜ່ານມາ, ສະເຫນີປະຕິດບັດຫລາຍຂໍ້ລິເລີ່ມໃນການປ້ອງກັນສະກັດກັ້ນໂລກລະບາດຢ່າງທັນການກໍ່ຄືຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດການຮ່ວມມືປ້ອງກັນຊາດ ການທະຫານ ອາຊຽນ.

ກ່າວຄຳເຫັນທີ່ກອງປະຊຸມ ທ່ານພົນໂທ ຟານວັນຢາງ , ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມແບ່ງປັນບັນດາການປະກອບສ່ວນຂອງກອງທັບປະຊາຊົນຫວຽດນາມໃນການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19.

ເນື່ອງໃນໂອກາດນີ້ ຫວຽດນາມໄດ້ປະຕິບັດການມອບຮັບຕຳແຫນ່ງປະທານ ACDFM ໃຫ້ແກ່ປະເທດ ບຣູໄນ.

(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top