• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງສານປະຊາຊົນລາວ-ຫວຽດນາມ

ທ່ານເລຂາສູນກາງພັກກອມມູນິດຫວຽດນາມ, ປະທານສານປະຊາຊົນສູງສຸດຫວຽດນາມ ຫງວຽນຮ່ວາບິງ ພົບປະເຈລະຈາກັບທ່ານປະທານສານປະຊາຊົນສູງສຸດແຫ່ງ ສປປລາວ ຄຳພາ ແສງດາຣາ.

ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: congly.vn) 

ວັນທີ 15 ກໍລະກົດຢູ່ ນະຄອນຫຼວງຮ່າໂນ້ຍ, ທ່ານເລຂາສູນກາງພັກກອມມູນິດຫວຽດນາມ, ປະທານສານປະຊາຊົນສູງສຸດຫວຽດນາມ ຫງວຽນຮ່ວາບິງ ພົບປະເຈລະຈາກັບທ່ານປະທານສານປະຊາຊົນສູງສຸດແຫ່ງ ສປປລາວ ຄຳພາ ແສງດາຣາ ທີ່ກຳລັງຢ້ຽມຢາມຫວຽດນາມແຕ່ວັນທີ 14-17 ກໍລະກົດ. ໃນການພົບປະເຈລະຈາ, ສອງຝ່າຍເປັນເອກະພາບເພີ່ມທະວີການແລກປ່ຽນຈັດຕັ້ງບັນດາຊຸດຝຶກອົບຮົມວຽກງານວິຊາສະເພາະໄລຍະສັ້ນ ໃຫ້ແກ່ຜູ້ພິພາກສາແລະພະນັກງານສານປະຊາຊົນລາວ. ຊຸດຝຶກອົບຮົມວິຊາສະເພາະສຳຫຼັບຜູ້ພິພາກສາສານປະຊາຊົນລາວ 30 ຄົນ ຈະໄດ້ຈັດຕັ້ງປະຕິບັດແຕ່ວັນທີ 22 ກໍລະກົດເຖິງວັນທີ 16 ສິງຫາ 2019. ເພື່ອແນໃສ່ເພີ່ມທະວີນັ້ນ ການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມແລະລະບົບສານສອງປະເທດເວົ້າສະເພາະກວ່າອີກ.ທ່ານປະທານສານປະຊາຊົນສູງສຸດລາວປາດຖະໜາວ່າ:ສານປະຊາຊົນທັງສອງປະເທດຈະສືບຕໍ່ເພີ່ມທະວີການແລກປ່ຽນບັນດາຄະນະປະຕິບັດງານ, ບຳລຸງສ້າງຜູ້ພິພາກສາ, ພະນັກງານສານປະຊາຊົນລາວໂດຍແນໃສ່ແບ່ງປັນບັນດາບົດຮຽນໃນການພິພາກສາ, ຄຸ້ມຄອງສານ, ປະຕິຮູບຄວາມຍຸຕິທຳ./.
(ແຫຼ່ງຄັດຈາກ VOV)

ຂະ​ແໜງທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຂະ​ແໜງທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ, ເຂົ້າຮ່ວມເຫດການຫັນເປັນດີຈີຕອນຂົງເຂດທະນາຄານປີ 2024 ດ້ວຍຫົວຂໍ້ “ເປີດກວ້າງການເຊື່ອມຕໍ່ ແລະ ພັດທະນາລະບົບຊີວະພາບ ດີຈີຕອນ”.

Top