• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືໝູນຊ່ວຍດ້ານຕຸລາການກ່ຽວກັບຄະດີອາຍາ ລະຫວ່າງຫວຽດນາມ - ສິງກະໂປ

      ທ່ານໄອຍະການສູງສຸດສິງກະໂປ ແລະ ຫົວຫນ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ເຂົ້າຮ່ວມການພົບປະເຈລະຈາເພື່ອແລກປ່ຽນກາລະໂອກາດການຮ່ວມມື ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ສ້າງພື້ນຖານທາງນິຕິກຳອັນສຳຄັນເພື່ອຊຸກຍູ້ບັນດາເຄື່ອນໄຫວການຮ່ວມມືໃນໄລຍະເວລາຈະມາເຖິງ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຫ່ວາບີ່ງ ແລະ  ທ່ານ Lucien Wong (ພາບ: TTXVN)
      ທີ່ການຕ້ອນຮັບ ທ່ານ Lucien Wong ໄອຍະການສູງສຸດສິງກະໂປ ທີ່ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຫ່ວາບີ່ງໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ສິງກະໂປໄດ້ເຂົ້າຮ່ວມການໝູນຊ່ວຍດ້ານຕຸລາການໃນກຸ່ມອາຊຽນ ທັງສອງປະເທດໄດ້ປະຕິບັດການມອບໝາຍຕຸລາການກ່ຽວກັບຄະດີອາຍາທີ່ບັນລຸໝາກຜົນຫຼາຍຢ່າງ. ທ່ານຮອງນາຍົກລັດຖະມົນຕີສະແດງຄວາມເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຈະກ້າວເຂົ້າສູ່ໄລຍະພັດທະນາໃຫມ່ໃນສະພາບການເສດຖະກິດຢູ່ແຕ່ລະປະເທດ ແລະ ພາກພື້ນກຳລັງພັດທະນາຢ່າງແຮງ, ພ້ອມທັງຫວັງວ່າ ທ່ານໄອຍະການສູງສຸດສິງກະໂປເປັນເພື່ອນທີ່ດີເຊິ່ງມີການປະກອບສ່ວນໃນການຊຸກຍູ້ການຮ່ວມມືໃນທຸກດ້ານລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມື ດ້ານຍຸຕິທຳ. ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ທ່ານໄອຍະການສູງສຸດສິງກະໂປ ແລະ ຫົວຫນ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໄດ້ເຂົ້າຮ່ວມການພົບປະເຈລະຈາເພື່ອແລກປ່ຽນກາລະໂອກາດການຮ່ວມມື ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງຝ່າຍ ສ້າງພື້ນຖານທາງນິຕິກຳອັນສຳຄັນເພື່ອຊຸກຍູ້ບັນດາເຄື່ອນໄຫວການຮ່ວມມືໃນໄລຍະເວລາຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top