• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືໃນຂະແໜງການກະຈ່າຍສຽງລະຫວ່າງຫວຽດນາມແລະກູບາ

ວັນທີ 10 ເມສາ, ທີ່ສຳນັກງານວິທະຍຸກະຈ່າຍສຽງຫວຽດນາມ (ເຮືອນເລກທີ 58, ຖະໜົນກວານຊື໋, ຮ່າໂນ້ຍ), ທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ວິທະຍຸກະຈ່າຍສຽງຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດ Radio ກູບາ, ໂດຍທ່ານ Yunior Guerra Quinones ຜູ້ອຳນວຍການສາຂາວິທະຍຸກະຈ່າຍສຽງຢູ່ແຂວງ Mayabeque, ປະເທດກູບາ ເປັນຫົວໜ້າຄະນະ.


ທ່ານຫງວຽນເທ໋ກີຕ້ອນຮັບທ່ານ Yunior Guerra Quinones ພ້້ອມດ້ວຍຄະນະຜູ້ແທນກູບາ

(ພາບ: VOV5)

ການຕ້ອນຮັບ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືໃນຂະແໜງການກະຈ່າຍສຽງລະຫວ່າງວິທະຍຸກະຈ່າຍສຽງຫວຽດນາມ ແລະ ບັນດາອົງການກະຈ່າຍສຽງຂອງກູບາ, ພ້ອມທັງສະເໜີແນະບັນດາຮູບແບບການຮ່ວມມືໃໝ່ລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ. ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໋ກີ ປາດຖະໜາວ່າການພົວພັນອັນດີງາມລະຫວ່າງສອງປະເທດເວົ້າລວມ ແລະ ອົງການກະຈ່າຍສຽງ ແລະ ໂທລະພາບລະຫວ່າງສອງປະເທດເວົ້າສະເພາະຈະໄດ້ສືບຕໍ່ຮັກສາ ແລະພັດທະນາ.

        “ຫວຽດນາມ ແລະ ກູບາມີນ້ຳໃຈມິດຕະພາບແບບພິເສດ, ການຮ່ວມມືແຕ່ດົນນານ. ແຕ່ກ່ອນນີ້, ນັບແຕ່ໄລຍະພວກຂ້າພະເຈົ້າດຳເນີນການຕໍ່ສູ້ຕ້ານອາເມລິກາກູ້ຊາດ ໄດ້ມີພະນັກງານຫຼາຍຄົນຂອງຫວຽດນາມ ໄດ້ຮັບການບຳລຸງສ້າງດ້ານເນື້ອໃນ ແລະ ເຕັກນິກໃນຂະແໜງການກະຈ່າຍສຽງ ແລະ ໂທລະພາບຢູ່ກູບາ. ເດືອນມິຖຸນານີ້, ຂ້າພະເຈົ້າຈະນຳໜ້າຄະນະຜູ້ແທນວິທະຍຸກະຈ່າຍສຽງຫວຽດນາມເດີນທາງໄປຢ້ຽມຢາມກູບາ ເພື່ອຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບການເຄື່ອນໄຫວກະຈ່າຍສຽງຂອງກູບາ. ພວກຂ້າພະເຈົ້າປາດຖະໜາວ່າ ສອງຝ່າຍພວກເຮົາຈະແຕ່ງຕັ້ງຄະນະພະນັກງານໄປມາຫາສູ່ກັນ, ແລກປ່ຽນບົດຮຽນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນເປັນປະຈຳ”.

        ສ່ວນ ທ່ານ Yunior Guerra Quinones ຜູ້ອຳນວຍການ Radio ກູບາຢູ່ແຂວງ Mayabeque, ຢັ້ງຢືນວ່າ ດ້ວຍປະສົບການດ້ານກະຈ່າຍສຽງພາຍໃນ 20 ປີຜ່ານມາ ຢູ່ທະວີບອາເມລິກາ ແລະ ກາຣີເບ, ວິສາຫະກິດພວກເຮົາພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃຫ້ແກ່ວິທະຍຸກະຈ່າຍສຽງຫວຽດນາມ.

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top