• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງສອງອົງການເສນາທິການ ຂອງສະພາແຫ່ງຊາດ ຫວຽດນາມ ແລະ ມົງໂກນ

      ຕອນບ່າຍວັນທີ 15 ສິງຫາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ຫງວຽນແຫ້ງຟຸກ ໄດ້ເຈລະຈາກັບ ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ ມົງໂກນ Tsend Tsolmon ເນື່ອງໃນໂອກາດທີ່ຄະນະພວມຢູ່ຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ ແຕ່ວັນທີ 14 – 18 ສິງຫາ. 

ເພີ່ມທະວີການຮ່ວມມືລະຫວ່າງສອງອົງການເສນາທິການ ຂອງສະພາແຫ່ງຊາດ ຫວຽດນາມ ແລະ ມົງໂກນ (ພາບອິນເຕີແນັດ)
      ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາ ແລະ ເພີ່ມທະວີການພົບປະແລກປ່ຽນຄະນະການນຳປະຈຳປີ ລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດ ເພື່ອແບ່ງປັນບົດຮຽນການປະຕິບັດງານ ແລະ ປຶກສາຫາລືບັນດາມາດຕະການຮ່ວມມືໃນແຕ່ລະໄລຍະ; ສົມທົບກັນຈັດຕັ້ງຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ລະຫວ່າງສອງສະພາແຫ່ງຊາດເປັນຢ່າງດີ; ສືບຕໍ່ສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ສອງຫ້ອງວ່າການສະພາແຫ່ງຊາດ, ເປັນຕົ້ນແມ່ນການພົບປະແລກປ່ຽນຄະນະພະນັກງານຄົ້ນຄວ້າ, ຖອດຖອນບົດຮຽນລະຫວ່າງສອງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ມົງໂກນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top