ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນວຽກງານສາສະໜາ, ວຽກງານຊົນເຜົ່າໄລຍະ 6 ເດືອນຕົ້ນປີ 2017 ກັບບາງອົງການສະມາຊິກຂອງແນວໂຮມປະເທດຊາດ ແລະ ອົງການສູນກາງທີ່ກ່ຽວຂ້ອງ.

ກອງປະຊຸມໃນວັນທີ 31 ກໍລະກົດ
ໄລຍະຜ່ານມາ, ສະພາບການເຄື່ອນໄຫວຂອງການເຫຼື້ອມໃສ, ສາສະໜາເປັນປົກກະຕິໂດຍພື້ນຖານ, ຜູ້ມີຍົດສັກຕຳແໜ່ງ, ພະສົງສຳມະເນັນ ແລະ ສາສະໜານິກກະຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ລັດ, ມີຄວາມຜູກພັນ, ຮ່ວມເດີນທາງພ້ອມກັບຊາດ. ໄລຍະຈະມາເຖິງ, ແນວໂຮມປະເທດຊາດ ແລະ ບັນດາອົງການສະມາຊິກ, ບັນດາອົງການທີ່ກ່ຽວຂ້ອງຢູ່ສູນກາງເພີ່ມທະວີການສົມທົບ, ເປັນເອກະພາບການກະທຳໃນວຽກງານຊີ້ນຳ, ປະຕິບັດວຽກງານຂົນຂວາຍ, ເຕົ້າໂຮມພໍ່ແມ່ປະຊາຊົນບັນດາສາສະໜາ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວຕິດຕາມການໄຈ້ແຍກ ແລະ ສັງຄົມ, ເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນຂ່າວສານ ເພື່ອປະຕິບັດວຽກງານຊົນເຜົ່າ, ສາສະໜາເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)