• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຜີຍ​ແຜ່ໂຄ​ສ​ະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ໃນ​ການ​ສົ່ງ​ອອກ​ຂອງ​ຜະ​ລິດ​ຕະ​ພັນ​ກະ​ເສດ​, ອ​າ​ຫານຫວຽດ​ນາມ

ຕອນບ່າຍວັນທີ 22 ກັນຍາ ຢູ່ຮ່າໂນ້ຍ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ການຄ້າຫວຽດນາມ) ໄດ້ສົມທົບກັບບັນດາຫ້ອງການການຄ້າຫວຽດນາມ ປະຈຳຕ່າງປະເທດ ແລະ ອົງການພັດທະນາສາກົນ  ອາເມລິກາ (USAID) ຈັດຕັ້ງ “ກອງປະຊຸມແລກປ່ຽນການຄ້າທາງອອນລາຍສາກົນກ່ຽວກັບຜະລິດຕະພັນກະເສດ, ອາຫານຫວຽດນາມ 2020”. 

“ກອງປະຊຸມແລກປ່ຽນການຄ້າທາງອອນລາຍສາກົນກ່ຽວກັບຜະລິດຕະພັນກະເສດ, ອາຫານຫວຽດນາມ 2020” (ພາບ: Bnews)

ກອງປະຊຸມໄດ້ດຳເນີນໃນລະຫວ່າງວັນທີ 22 – 25 ກັນຍາ ເພື່ອແນໃສ່ໂຄສະນາໃຫ້ກ້ວາງຂວາງກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງໃນການສົ່ງອອກຂອງຜະລິດຕະພັນກະເສດ, ອາຫານຫວຽດນາມ ແລະ ເຊື່ອມຕໍ່ວິສາຫະກິດຜະລິດ, ສົ່ງອອກຂະໜາດນ້ອຍ ແລະ ກາງ ຂອງຫວຽດນາມກັບບັນດາຄູ່ຮ່ວມມືດຳເນີນທຸລະກິດນຳເຂົ້າ, ຈຳໜ່າຍ, ຂາຍຍົກ, ຂາຍຍ່ອຍທີ່ມີຄວາມສາມາດບົ່ມຊ້ອນຢູ່ຕະຫຼາດຕ່າງປະເທດໃນສະພາບແວດລ້ອມທາງອອນລາຍ. ບັນດາວິສາຫະກິດຕ່າງປະເທດເຂົ້າຮ່ວມກອງປະຊຸມແມ່ນມາຈາກ 28 ຕະຫຼາດນຳເຂົ້າຂອງຫວຽດນາມ ໃນນັ້ນມີ: ອິນເດຍ, ສ.ເກົາຫຼີ, ຮົ່ງກົງ (ຈີນ)…ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ, ຢັ້ງຢືນວ່າ: ຫວຽດນາມແມ່ນສະຖານທີ່ທີ່ດີ ຂອງບັນດານັກລົງທຶນຕ່າງປະເທດເມື່ອມີແຫຼ່ງສະໜອງຜະລິດຕະພັນກະເສດ, ອາຫານທີ່ອຸດົມສົມບູນ ສາມາດປະກັນໄດ້ຄຸນນະພາບ, ເໝາະສົມກັບລູກຄ້າຢູ່ໃນລະດັບທີ່ແຕກຕ່າງກັນ ເພື່ອສະໜອງໃຫ້ແກ່ຕະຫຼາດສາກົນ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top