ຂະແໜງທະນາຄານຫາກໍ່ປະກາດບ້ວງສິນເຊື່ອ 500.000 ຕື້ດົ່ງ (ປະມານ 20 ຕື້ USD) ຈາກແຫຼ່ງເງິນລົງທຶນຂອງ 21 ທະນາຄານການຄ້າ ດ້ວຍອັດຕາດອກເບ້ຍຕ່ຳພິເສດໃຫ້ແກ່ການຊຸກຍູ້ການພັດທະນາພື້ນຖານໂຄງລ່າງ, ເຕັກໂນໂລຢີດີຈີຕອນ.
ຕາມທ່ານ ດ່າວມິງຕູ ຮອງຜູ້ວ່າການຜູ້ປະຈຳການທະນາຄານແຫ່ງລັດ ຫວຽດນາມ ແລ້ວ, ການຜັນຂະຫຍາຍບ້ວງເງິນສິນເຊື່ອນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງຂອງລັດຖະບານໃນການຊຸກຍູ້ການພັດທະນາພື້ນຖານໂຄງລ່າງ ແລະ ເຕັກໂນໂລຢີ ໂດຍແມ່ນສອງຂົງເຂດພື້ນຖານໃຫ້ແກ່ການເຕີບໂຕເສດຖະກິດແບບຍືນຍົງໃນໄລຍະຍາວ:
ບ້ວງເງິນສິນເຊື່ອນີ້ ບໍ່ໄດ້ນຳໃຊ້ແຫຼ່ງງົບປະມານແຫ່ງລັດ ຫຼື ແຫຼ່ງທຶນກູ້ຢຶມຕ່າງປະເທດໃດໝົດ. ແທນທີ່ນັ້ນ, ບັນດາທະນາຄານການຄ້າຈະນຳໃຊ້ແຫຼ່ງກຳລັງລະດົມຂອງຕົນເພື່ອສະໜອງສິນເຊື່ອ, ບົນພື້ນຖານສ້າງໂຄງປະກອບທຶນກູ້ຢຶມຄືນໃໝ່, ແກ່ຍາວເວລາກູ້ຢຶມ, ກໍ່ຄືຮ່ວມອຸປະຖຳໃຫ້ແກ່ບັນດາໂຄງການໃຫຍ່. ດ້ວຍຮູບແບບນີ້, ບ້ວງສິນເຊື່ອບໍ່ພຽງແຕ່ຮັບປະກັນລັກສະນະມີໄຫວພິບເທົ່ານັ້ນ ຫາກຍັງຫຼຸດຜ່ອນການແບກຫາບໝັກສຳລັບງົບປະມານແຫ່ງລັດ, ໃນຂະນະທີ່ຍັງໜູນຊ່ວຍຢ່າແຮງໃຫ້ບັນດາຂົງເຂດທີ່ຕ້ອງການທຶນໄລຍະກາງ ແລະ ຍາວ.
ນອກຈາກ 4 ທະນາການການຄ້າແຫ່ງລັດ ທີ່ໃຫຍ່ (Big 4) ລວມມີ Vietcombank, VietinBank, BIDV ແລະ Agribank ໂດຍແມ່ນກຳລັງຫຼັກແຫຼ່ງດ້ວຍລະດັບການປະກອບຂອງແຕ່ລະທະນາຄານແມ່ນ 60.000 ຕື້ດົ່ງ (ກວ່າ 2,3 ລ້ານ USD) ແລ້ວ, 17 ທະນາຄານການຄ້າຫຸ້ນສ່ວນອື່ນໆກໍ່ຈົດທະບຽບລະດັບການປະກອບແຕ່ 4.000 – 20.000 ຕື້ດົ່ງ/ທະນາຄານ (153.000 – 770.000 USD). ທ່ານ ຟ້າມຍືແອັງ, ຜູ້ອຳນວຍການໃຫຍ່ ທະນາຄານການຄ້າຫຸ້ນສ່ວນກອງທັບ - MB ຖືວ່າ:
ທະນາຄານ MB ໄດ້ຈົດທະບຽບກັບທະນາຄານແຫ່ງລັດ ປະກອບເງິນ 20.000 ຕື້ ດ້ວຍນະໂຍບາຍລວມແມ່ນຫຼຸດດອກເບ້ຍ 1%. 500.000 ຕື້ ສຳລັບທະນາຄານແມ່ນຈຳນວນເງິນທີ່ຫຼາຍ ແຕ່ທົ່ວລະບົບພ້ອມກັນເຂົ້າຮ່ວມ ຈະບໍ່ມີຜົນສະທ້ອນໃນໄລຍະສັ້ນ ແລະ ໄລຍະກາງ, ຮັບປະກັນບັນດາດັດຊະນີທະນາຄານ.
ພິເສດ, ບັນດາໂຄງການໃນຂົງເຂດເຕັກໂນໂລຢີດີຈີຕອນ, ຫັນເປັນດີຈີຕອນ, ການຜະລິດອັດສະລິຍະ… ຈະທັງໄດ້ຮັບບຸລິມະສິດອັດຕາດອກເບ້ຍຕ່ຳກ່ວາ 1% ເມື່ອທຽບໃສ່ກັບລະດັບສະເລ່ຍໃນປັດຈຸບັນ, ທັງໄດ້ແກ່ຍາວເວລາບຸລິມະສິດອັດຕາດອກເບ້ຍຢ່າງໜ້ອຍສຸດ 2 ປີ, ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຜັນຂະຫຍາຍໂຄງການຢ່າງມີປະສິດທິຜົນ. ທ່ານ ຫງວຽນຕວັນແອັງ, ຜູ້ອຳນວຍການຝ່າຍເຕັກໂນໂລຢີ ບໍລິສັດຫຸ້ນສ່ວນເຕັກໂນໂລຢີ Pixta ຖືວ່າ:
ຂ້າພະເຈົ້າຖືວ່າດ້ວຍການໜູນຊ່ວຍສິນເຊື້ອນີ້, ແນ່ນອນວ່າຈະມີແຫຼ່ງງົບປະມານເພື່ອລົງທຶນໃຫ້ແກ່ພື້ນຖານໂຄງລ່າງກ່ຽວກັບ hardware ແລະ software ແລະ ກຳນົດທິດການຫັນເປັນດີຈີຕອນ, ພວກຂ້າພະເຈົ້າຈະຜັນຂະຫຍາຍບັນດາໂຄງການຢ່າງຄົບຊຸດ, ມີແບບມີແຜນ. ບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ພວມໄດ້ຮັບການໜູນຊ່ວຍ ແລະ ສ້າງເງື່ອນໄຂທີ່ໃຫຍ່ທີ່ສຸດຈາກລັດຖະບານ.
ປັດຈຸບັນ, ລັດຖະບານແຫ່ງລັດ ໄດ້ສົມທົບກັບບັນດາກະຊວງຂະແໜງການທີ່ກ່ຽວຂ້ອງເພື່ອສຳຫຼວດກວດຄືນ, ກຳນົດຢ່າງຈະແຈ້ງບັນດາໂຄງການຈຸດສຸມ, ບັນດາກຸ່ມວິສາຫະກິດເພື່ອຜັນຂະຫຍາຍບ້ວງສິນເຊື່ອບຸລະມະສິດນີ້ໃຫ້ເຂົ້າສູ່ຊີວິດຕົວຈິງໂດຍໄວ. ທ່ານຮອງຜູ້ວ່າການຜູ້ປະຈຳການທະນາຄານແຫ່ງລັດ ດ່າວມິງຕູ ໃຫ້ຮູ້ຕື່ມອີກວ່າ:
ພວກຂ້າພະເຈົ້າກໍ່ພວມຕັ້ງໜ້າເຮັດວຽກ, ກຳນົດຢ່າງຈະແຈ້ງກວ່າ ເພື່ອຮັບປະກັນໃຫ້ຖືກຕ້ອງເປົ້າໝາຍຕາມຄາດໝາຍໂດຍລັດຖະບານວາງອອກ. ວຽກງານນີ້ ໂດຍທະນາຄານແຫ່ງລັດ ໄດ້ ແລະ ພວມຜັນຂະຫຍາຍປະຕິບັດ ເພື່ອເຮັດໃຫ້ແນວໃດໃຫ້ປະຕິບັດໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງນາຍົກລັດຖະມົນຕີ.
ມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ໄດ້ສ້າງການກະຕຸກຊຸກຍູ້ຢ່າງແຮງໃຫ້ແກ່ປະຊາຄົມວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ. ການຜັນຂະຫຍາຍເປີດແຫຼ່ງທຶນສິນເຊື່ອຄັ້ງນີ້ ສືບຕໍ່ແມ່ນໄມ້ງັດກະຕຸກຊຸກຍູ້ທີ່ຈຳເປັນໃນສະພາບການເຕັກໂນໂລຢີສວມບົດບາດຫຼັກແຫຼ່ງສຳລັບການເຕີບໂຕເສດຖະກິດ. ທ່ານ ຕ່າວດຶກຖັງ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ຢັ້ງຢືນວ່າ:
ລັດຖະບານໄດ້ສ້າງແລວນິຕິກຳໃຫ້ເພື່ອພວກເຮົາເພື່ອໃຫ້ບັນດາການເຄື່ອນໄຫວຫັນເປັນດີຈີຕອນໄດ້ຮັບການປະຕິບັດຢ່າງສະດວກ. ດັ່ງນັ້ນ ວຽກງານຂອງພວກເຮົາແມ່ນຕ້ອງຈັບມືກັນພ້ອມກັນສ້າງບັນດາພື້ນຖານດີຈີຕອນ, ຕອບສະໜອງໂຄງການຫັນເປັນດີຈີຕອນແຫ່ງຊາດໄດ້.
ບ້ວງສິນເຊື່ອໜູນຊ່ວຍການພັດທະນາພື້ນຖານໂຄງລ່າງ ແລະ ເຕັກໂນໂລຢີດີຈີຕອນແມ່ນພື້ນຖານປັດໄຈເພື່ອໃຫ້ຂະແໜງທະນາຄານປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເປົ້າໝາຍການເຕີບໂຕ GDP ບັນລຸລະດັບສອງຕົວເລກ ໃນໄລຍະຈະມາເຖິງ.