• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ຕິ​ວັດ​ກ່ຽວ​ກັບ​ກົງ​ຈັກ​ການ​ຈັດ​ຕັ້ງ: ຈາກ​ທ່າ​ຮັບ ຫັນ​ມາ​ເປັນ​ສ້າງ​ສາ, ເປັນ​ເຈົ້າ​ການ​ຮັບ​ໃຊ້​ປະ​ຊາ​ຊົນ

ເພື່ອໃຫ້ກົງຈັກຂອງບັນດາແຂວງ, ນະຄອນ ພາຍຫຼັງໂຮມເຂົ້າກັນໄດ້ເຄື່ອນໄຫວຢ່າງລຸລ່ວງນັບແຕ່ວັນທີ 1 ກໍລະກົດ, ທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມທົ່ວປະເທດ ຝຶກອົບຮົມກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງຂັ້ນຕາແສງ (ກອງປະຊຸມ). ທ່ານນາຍົກລັດຖະມົນຕີ ເນັ້ນໜັກເປັນພິເສດວ່າ: ສິ່ງສຳຄັນທີ່ສຸດໃນການປະຕິວັດກ່ຽວກັບກົງຈັກການຈັດຕັ້ງແມ່ນການຫັນປ່ຽນສະພາບການມາເປັນການສ້າງສາ, ເປັນເຈົ້າການຮັບໃຊ້, ແກ້ໄຂບັນດາວຽກງານ.
  ກອງປະຊຸມທົ່ວປະເທດ ຝຶກອົບຮົມກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາອົງການຈັດຕັ້ງການເມືອງຂັ້ນຕາແສງ ໄດ້ຈັດຂຶ້ນແບບເຊິ່ງໜ້າສົມທົບກັບທາງໄກ (ພາບ: VGP)   

ຫວຽດນາມ ປະຕິບັດການປະຕິວັດກ່ຽວກັບການຈັດຕັ້ງກົງຈັກຂອງລະບົບການເມືອງ ແມ່ນເພື່ອແນໃສ່ເຮັດໃໝ່ບັນດາກຳລັງໜູນພັດທະນາ ແລະ ເຕີບໂຕທີ່ເປັນມູນເຊື້ອ, ຊຸກຍູ້ບັນດາກຳລັງໜູນພັດທະນາ ແລະ ເຕີບໂຕໃໝ່. ລັດຖະບານວາງເປົ້າໝາຍຮອດວັນທີ 30 ມິຖຸນາ, ທົ່ວປະເທດຕ້ອງປະກາດລະບົບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແລະ ນຳເຂົ້າເຄື່ອນໄຫວແຕ່ວັນທີ 01 ກໍລະກົດ.

ຈາກທ່າຮັບ ຫັນມາເປັນສ້າງສາ, ເປັນເຈົ້າການຮັບໃຊ້ປະຊາຊົນ

ຕາມນາຍົກລັດຖະມົນຕີ, ຫວຽດນາມ ປະຕິບັດການປະຕິວັດການຈັດຕັ້ງກົງຈັກຄັ້ງນີ້ຄືນໃໝ່ ບໍ່ພຽງແຕ່ສ້າງເຂດພັດທະນາໃໝ່ເທົ່ານັ້ນ, ກຳລັງໜູນພັດທະນາໃໝ່, ດ້ວຍຂອບເຂດ, ເປົ້າໝາຍທີ່ກວ້າງກວ່າ, ໃຫຍ່ກວ່າ, ເຂັ້ມແຂງກວ່າ, ຮອບດ້ານກວ່າ ເຊິ່ງສຳຄັນທີ່ສຸດແມ່ນຫັນປ່ຽນສະພາວະຂອງກົງຈັກການເມືອງ (ທັງອົງການພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ - ສັງຄົມ) ຈາກທ່າຮັບ, ແກ້ໄຂບັນດາບັນຫາຂອງປະຊາຊົນ ມາເປັນສ້າງສາ, ເປັນເຈົ້າການແກ້ໄຂບັນດາວຽກງານ, ບັນຫາຂອງປະຊາຊົນ ແລະ ວິສາຫະກິດ.

“ນີ້ແມ່ນບັນຫາສຳຄັນທີ່ສຸດຂອງການປະຕິວັດກົງຈັກການຈັດຕັ້ງຄັ້ງນີ້. ຕ້ອງເຊື່ອມຊືມນ້ຳໃຈນີ້ຢ່າງເລິກເຊິ່ງກວ່າ, ເພາະວ່າປະຊາຊົນລໍຄອຍ, ເພື່ອນມິດສາກົນກໍພວມມີຄວາມສົນໃຈທີ່ສຸດ. ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ບັນດາປະເທດເຂດອ່າວ ແລະ ຫຼາຍປະເທດໃຫຍ່ ລ້ວນແຕ່ມີຄວາມສົນໃຈໃນສະພາບປະເທດ ຫວຽດນາມ ຍັງບໍ່ທັນມີເວລາໃດທີ່ມີຖານະບົດບາດ, ກຳລັງບົ່ມຊ້ອນ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງສາກົນຄືໃນປັດຈຸບັນ.  ແນ່ນອນວ່າ ພວກເຮົາຕ້ອງລໍຖ້າປະສິດທິຜົນ ເຊິ່ງການປະຕິວັດນີ້ກະທົບຕໍ່ເສດຖະກິດ - ສັງຄົມ”.

  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມ (ພາບ: VGP)  

ຢາກສ້າງສາ, ເປັນເຈົ້າການຮັບໃຊ້ປະຊາຊົນ, ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ຕ້ອງໃກ້ຊິດຕິດແທດກັບປະຊາຊົນ. ພັກພວມເພີ່ມທະວີການລົງຮາກຖານ. ອຳນາດການປົກຄອງ ແລະ ແນວໂຮມປະເທດຊາດ ຕ້ອງເພີ່ມທະວີການລົງຮາກຖານ. ພິເສດແມ່ນຮັບຟັງຄຳເຫັນຂອງປະຊາຊົນ, ມີມາດຕະການ, ການກະທຳໃຫ້ເໝາະສົມກັບສະພາບການ, ກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ຮັບໃຊ້ປະຊາຊົນໄດ້ດີກວ່າ.

ທ່ານນາຍົກລັດຖະມົນຕີ ສະແດງຄວາມລໍຄອຍອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຈະຫັນປ່ຽນສະພາບການເຊັ່ນນັ້ນຢ່າງແທ້ຈິງ, ພ້ອມທັງໃຫ້ຮູ້ວ່າ ສູນກາງກໍ່ຕ້ອງມີການຫັນປ່ຽນ.

“ສູນກາງບໍ່ເຮັດວຽກລະອຽດ ເຊິ່ງສຸມໃສ່ປະຕິບັດບັນດາກຸ່ມໜ້າທີ່ຄຸ້ມຄອງລັດ: ສ້າງຍຸດທະສາ, ວາງແຜນຜັງ, ແຜນການ; ສ້າງກົນໄກ, ກົດໝາຍເພື່ອຄຸ້ມຄອງ ແລະ ສ້າງສາພັດທະນາ; ສ້າງກົນໄກ, ນະໂຍບາຍລະດົມແຫຼ່ງກຳລັງເພື່ອພັດທະນາ; ອອກແບບເຄື່ອງມືເພື່ອກວດກາ, ຕິດຕາມ, ຄວບຄຸມສິດອຳນາດ; ຕີລາຄາ, ສະຫຼຸບພຶດຕິກຳຕົວຈິງ, ຖອດຖອນບົດຮຽນປະສົບການ, ສ້າງທິດສະດີ, ທະວີຄູນບັນດາຮູບແບບປະຕິບັດທີ່ດີ ແລະ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ”.

       ຍູ້ແຮງການຈັດແບ່ງຂັ້ນ, ແບ່ງສິດໃຫ້ແກ່ທ້ອງຖິ່ນ

ປັດໄຈໜຶ່ງທີ່ສຳຄັນ ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃນກອງປະຊຸມ ນັ້ນແມ່ນຮຽກຮ້ອງໃຫ້ຍູ້ແຮງການຈັດແບ່ງຂັ້ນ, ແບ່ງສິດອຳນາດໃຫ້ແກ້ທ້ອງຖິ່ນ. ນີ້ແມ່ນປະກົດການຈະແຈ້ງທີ່ສຸດຂອງການບໍລິຫານຕາມຮູບແບບສ້າງສາ. ໃນນັ້ນ, ແທນທີ່ການຮັກສາສິດຢູ່ສູນກາງ, ລັດເປັນເຈົ້າການຈັດແບ່ງຂັ້ນໃຫ້ແກ່ທ້ອງຖິ່ນເພື່ອໃຫ້ເຂົາເຈົ້າໃກ້ຊິດກັບປະຊາຊົນກວ່າ, ເຂົ້າໃຈປະຊາຊົນກວ່າ ແລະ ມີການກະທຳໄວກວ່າ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ບັນດາກະຊວງ, ອົງການທຽບເທົ່າກະຊວງ ໄດ້ຍື່ນສະເໜີຕໍ່ລັດຖະບານປະກາດໃຊ້ດຳລັດ 28 ສະບັບວ່າດ້ວຍການຈັດແບ່ງຂັ້ນ, ແບ່ງສິດ, ກຳນົດສິດອຳນາດຕາມຂະແໜງ, ຂົງເຂດ, ເຊັ່ນ: ຍຸຕິທຳ, ການຄຸ້ມຄອງອາກອນ, ການຄຸ້ມຄອງ, ນຳໃຊ້ຊັບສິນສາທາລະນະ, ວຽກງານຊົນເຜົ່າ, ການເຫຼື້ອມໃສ, ສາສະໜາ…

ນີ້ແມ່ນໝາກຜົນທີ່ບັນລຸໄດ້ໃນຂະບວນວິວັດການສຳຫຼວດກວດຄືນໜ້າທີ່, ສິດອຳນາດຈຳນວນມະຫາສານຂອງບັນດາກະຊວງ, ຂະແໜງການ ແລະ ອຳນາດການປົກຄອງທຸກຂັ້ນ. ໄປຄຽງຄູ່ກັບການປະກາດໃຊ້ດຳລັດ 28 ສະບັບ ແມ່ນຄວາມມານະພະຍາຍາມສ້າງສາທີ່ມີລັກສະນະປະຫວັດສາດ. ມັນບໍ່ພຽງແຕ່ແກ້ໄຂບັນດາບັນຫາຂອງກົງຈັກບໍລິຫານໃນປັດຈຸບັນເທົ່ານັ້ນ, ຫາກຍັງວາງພື້ນຖານໃຫ້ແກ່ຮູບແບບບໍລິຫານທີ່ທັນສະໄໝ, ມີປະສິດທິຜົນ ແລະ ໃກ້ຊິດກັບປະຊາຊົນອີກດ້ວຍ.

ຕາມບັນດານັກຊ່ຽວຊານແລ້ວ, ຖ້າປະສົບຜົນສຳເລັດ, ນີ້ຈະແມ່ນບາດກ້າວທຳອິດສຳລັບຮູບແບບບໍລິຫານທ້ອງຖິ່ນ 2 ຂັ້ນແບບຍືນຍົງ, ຍົກສູງກຳລັງຄວາມສາມາດຄຸ້ມຄອງຢູ່ຮາກຖານ - ບ່ອນທີ່ປະຊາຊົນໄດ້ເຂົ້າເຖິງອຳນາດການປົກຄອງໂດຍກົງ.

ພັກຄອມມູນິດ ຫວຽດນາມ ບໍ່ມີເປົ້າໝາຍໃດນອກເໜືອຈາກເປົ້າໝາຍຍາດເອົາເອກະລາດ, ເສລີພາບໃຫ້ແກ່ປະຊາຊົນ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ແລະ ນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນ. ການປະຕິວັດກ່ຽວກັບກົງຈັກການຈັດຕັ້ງພວມໄດ້ຮັບການຜັນຂະຫຍາຍນັ້ນ ຈະສ້າງກຳລັງແຮງສັງລວມເພື່ອພັດທະນາປະເທດຊາດ./.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ ຊັ່ງ​ຊາ​ການ​ເພີ່ມ​ເຕີມ 36 ປະ​ເທດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ຫ້າມ​ເຂົ້າ​ເມືອງ ອາ​ເມ​ລິ​ກາ

ອາ​ເມ​ລິ​ກາ ຊັ່ງ​ຊາ​ການ​ເພີ່ມ​ເຕີມ 36 ປະ​ເທດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ຫ້າມ​ເຂົ້າ​ເມືອງ ອາ​ເມ​ລິ​ກາ

ສື່ມວນຊົນ ອາເມລິກາ ໄດ້ລົງຂ່າວວ່າ ອຳນາດການປົກຄອງທ່ານປະທານາທິບໍດີ Donald Trump ໃນປັດຈຸບັນພວມຊັ່ງຊານຳ 36 ປະເທດເຂົ້າບັນຊີລາຍຊື່ຫ້າມເຂົ້າເມືອງ ອາເມລິກາ ຕື່ມອີກ.

Top