• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ສະ​ຫຼອງ ແລະ ມອບ​ກິດ​ຈະ​ກຳ​ສວນ​ອຸດ​ທິ​ຍານມິດ​ຕະ​ພາບ ຫວຽດ​ນາມ - ລາວ

ນີ້ແມ່ນຂອງຂວັນຈາກຄະນະປະຕິບັດງານພິເສດ ລັດຖະບານ ຫວຽດນາມ ມອບໃຫ້ອົງຄະນະພັກ, ອຳນາດການປົກຄອງເມືອງ ວຽງໄຊ, ແຂວງ ຫົວພັນ, ສປປ ລາວ, ເພື່ອແນໃສ່ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.
ພິທີມອບ - ຮັບກິດຈະກຳສວນສາທາລະນະ ມິດຕະພາບ ຫວຽດນາມ - ລາວ (ພາບ: TTXVN)

ຫວ່າງມໍ່ໆມານີ້, ຢູ່ເມືອງ ວຽງຈັນ, ແຂວງ ຫົວພັນ, ລາວ ໄດ້ດຳເນີນພິທີເປີດສະຫຼອງ ແລະ ມອບກິດຈະກຳກໍ່ສ້າງສວນອຸດທິຍານມິດຕະພາບ ຫວຽດນາມ - ລາວ. ນີ້ແມ່ນຂອງຂວັນຈາກຄະນະປະຕິບັດງານພິເສດ ລັດຖະບານ ຫວຽດນາມ ມອບໃຫ້ອົງຄະນະພັກ, ອຳນາດການປົກຄອງເມືອງ ວຽງໄຊ, ແຂວງ ຫົວພັນ, ສປປ ລາວ, ເພື່ອແນໃສ່ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.

ກິດຈະກຳດັ່ງກ່າວ ມີມູນຄ່າທັງໝົດ 40 ຕື້ດົ່ງ (1,6 ຕື້ USD) ໄດ້ຮັບການກໍ່ສ້າງໃນເນື້ອທີ 9.000 m2, ລວມທັງບັນດາກິດຈະກຳໃຫຍ່, ສັນຍາລັກເຂດໃຈກາງ, ພາບແກະຄວັດສະຫຼັກນູນ, ລະບົບແສງສີ, ເດີນ ແລະ ທາງ, ຕົ້ນໄມ້ປະດັບ. ນີ້ບໍ່ພຽງແຕ່ເປັນບ່ອນຈັດກິດຈະກຳສຳຄັນຂອງເມືອງ ວຽງໄຊ ເວົ້າສະເພາະ ແລະ ແຂວງ ຫົວພັນເວົ້າລວມເທົ່ານັ້ນ, ຫາກຍັງເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທຳໃຫ້ປະຊາຊົນ, ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາຢ້ຽມຊົມອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top