• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ສະຫຼອງຖະ​ໜົນ​ຍ່າງ ອາ​ຊຽນ - ສ.ເກົາຫຼີ Olle ຢູ່​ເກາະ Jeju

ເສັ້ນທາງ “ASEAN-Korea Olle” ຈະກາຍເປັນສະຖານທີ່ສຳຄັນຢູ່ ສ.ເກົາຫຼີ ແລະ ແມ່ນໂອກາດເພື່ອແນະນຳບັນດາມໍລະດົກການທ່ອງທ່ຽວຂອງ ສ.ເກົາຫຼີ ສູ່ບັນດາປະເທດ ອາຊຽນ. ສູນ ອາຊຽນ - ສ.ເກົາຫຼີ ຈະມານະພະຍາຍາມ ເພື່ອສົ່ງເສີມບັນດາແຜນການເຊື່ອມຕໍ່ການທ່ອງທ່ຽວລະຫວ່າງ ສ.ເກົາຫຼີ ກັບບັນດາປະເທດ ອາຊຽນ.

ວັນທີ 8 ພະຈິກ, ຢູ່ເກາະ Jeju (ສ.ເກົາຫຼີ), ສູນ ອາຊຽນ - ສ.ເກົາຫຼີ ຮ່ວມມືກັບ ອຳນາດການປົກຄອງແຂວງ Jeju ຈັດພິທີເປີດສະຫຼອງຖະໜົນຍ່າງທີ່ມີຊື່ວ່າ “ASEAN-Korea Olle” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ລະຫວ່າງ ອາຊຽນ ກັບ ສ.ເກົາຫຼີ ຄົບຮອບ 35 ປີ ແລະ ການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ່ານ Kim Jae Shin ເລຂາທິການໃຫຍ່ ສູນ ອາຊຽນ - ສ.ເກົາຫຼີ, ໃນບົດກ່າວຄຳເຫັນທີ່ພິທີໄຂ ໄດ້ເນັ້ນໜັກວ່າ ຖະໜົນສາຍນີ້ ຈະກາຍເປັນສະຖານທີ່ສຳຄັນຢູ່ ສ.ເກົາຫຼີ ແລະ ແມ່ນໂອກາດເພື່ອແນະນຳບັນດາມໍລະດົກການທ່ອງທ່ຽວຂອງ ສ.ເກົາຫຼີ  ສູ່ບັນດາປະເທດ ອາຊຽນ. ສູນ ອາຊຽນ - ສ.ເກົາຫຼີ ຈະມານະພະຍາຍາມ ເພື່ອສົ່ງເສີມບັນດາແຜນການເຊື່ອມຕໍ່ການທ່ອງທ່ຽວລະຫວ່າງ ສ.ເກົາຫຼີ ກັບບັນດາປະເທດ ອາຊຽນ.

ພາຍຫຼັງເຫດການນີ້, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີເປີດນຳໃຊ້ “ຕູ້ປຶ້ມວັດທະນະທຳ, ການທ່ອງທ່ຽວ ອາຊຽນ” ຢູ່ສູນສັນຕິພາບສາກົນ Jeju.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top