• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດກວ້າງຂອບຂະໜາດການຄ້າ ຫວຽດນາມ - ຈີນ ຕາມທິດຍືນຍົງ ແລະ ດຸນດ່ຽງກວ່າ

ຕອນບ່າຍວັນທີ 25 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້າ ຈີນ, ຫວາງເຫວີນຕາວ, ແລະ ຄະນະຜູ້ແທນກະຊວງການຄ້າ ຈີນ ໄປຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືດ້ານເສດຖະກິດ, ການຄ້າ ຫວຽດນາມ - ຈີນ ຄັ້ງທີ 12 ຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານລັດຖະມົນຕີກະຊວງການຄ້າ ຈີນ, ຫວາງເຫວີນຕາວ(VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ທັງສອງຝ່າຍຍູ້ແຮງການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ; ຜັນຂະຫຍາຍບັນດາມາດຕະການອັນແທດຈິງເພື່ອເປີດກວ້າງຂອບຂະໜາດການຄ້າສອງຝ່າຍຕາມທິດຍືນຍົງກວ່າ, ຍຸຕິທຳກວ່າ… ທ່ານນາຍົກລັດຖະມົນຕີກໍສະເໜີໃຫ້ສອງຝ່າຍ ສົມທົບກັນຍົກສູງປະສິດທິພາບການເຮັດລະບຽບການຂ້າມຊາຍແດນ, ຍູ້ແຮງການເຮັດລະບຽບການຂ້າມຊາຍແດນແບບເອເລັກໂຕນິກຢູ່ດ່ານຕ່າງໆ; ພັດທະນາເສດຖະກິດເຂດຊາຍແດນ; ສຸມໃສ່ພັດທະນາການຄ້າເອເລັກໂຕນິກ ແລະ ສົມທົບກັນແກ້ໄຂບັນດາສິ່ງຕິດຂັດຢູ່ບາງໂຄງການຮ່ວມມືບົນຈິດໃຈ “ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ” ຢ່າງຂາດຂັ້ນ.

ສ່ວນທ່ານລັດຖະມົນຕີ ຫວາງເຫວີນຕາວ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າສຳຄັນຂອງ ຈີນ. ກະຊວງການຄ້າຈີນ ຈະສືບຕໍ່ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄວາມຮັບຮູ້ລວມ ແລະ ບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ, ຜ່ານນັ້ນ, ສືບຕໍ່ເຮັດໃຫ່ການຮ່ວມມືດ້ານການຄ້າສອງຝ່າຍເລິກເຊິ່ງກວ່າອີກ.

 

(ແຫຼ່ງຄັດຈາກ VOV)

ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຮ່ວ​ມ​ເດີນ​ທາງ​ພ້ອມ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ໃນ​ການ​ສ້າງ​ຄວາມ​ສາ​ມັກ​ຄີ​ໃນ​ໝູ່​ປະ​ຊາ​ຊົນ, ຄວາມ​ຜູກ​ພັນ​ລະ​ຫວ່າງ​ບັນ​ດາ​ສາ​ສະ​ໜາ

ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຮ່ວ​ມ​ເດີນ​ທາງ​ພ້ອມ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ໃນ​ການ​ສ້າງ​ຄວາມ​ສາ​ມັກ​ຄີ​ໃນ​ໝູ່​ປະ​ຊາ​ຊົນ, ຄວາມ​ຜູກ​ພັນ​ລະ​ຫວ່າງ​ບັນ​ດາ​ສາ​ສະ​ໜາ

ພະ​ມ​ະ​ຫາ​ອາ​ຈານ ທິກ​ແທັງ​ກວຽດ ຢັ້ງ​ຢືນ​ວ່າ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແລະ ສະ​ຖາ​ບັນ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໃນ​ການ​ສ້າງ​ຄວາມ​ສາ​ມັກ​ຄ​ີ​ໃນ​ໝູ່​ປະ​ຊາ​ຊົນ, ຜູກ​ພັນ​ບັນ​ດາ​ສາ​ສະ​ໜາ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ການ​ປຸກ​ລະ​ດົມ, ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ປຸກ​ລະ​ດົມ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

Top