• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປັນຄັ້ງທຳອິດທ່ານນາຍົກລັດຖະມົນຕີ ຫວຽດນາມ - ກາດານາ ໂອ້ລົມທາງໂທລະສັບ, ເຫັນດີເປັນເອກະພາບຍົກລະດັບການພົວພັນ 2 ຝ່າຍໂດຍໄວ

ຕອນຄ່ຳວັນທີ 21 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ເປັນຄັ້ງທຳອິດທີ່ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Mark Carney, ນາຍົກລັດຖະມົນຕີ ການາດາ.
  (ທ່ານນາຍົກລັດຖະມົນຕີ ເລມິນຮຶງ ທີ່ການໂອ້ລົມທາງໂທລະສັບ. (ພາບ: VNA)  

ທີ່​ການ​ໂອ​້​ລົມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ຢືນ​ຢັນ​ວ່າ ຍາມ​ໃດ ຫວຽດ​ນາມ ກໍ່​ຖື ກາ​ນາ​ດາ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປ​ະ​ເທດ. ທ່ານ​ສະ​ເໜີ​ໃຫ້ 2 ຝ່າຍ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ບຸ​ລິ​ມະ​ສິດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ໂດຍ​ໄວ, ຄື: ກາ​ນາ​ດາ ສືບ​ຕໍ່​ເປິດ​ປະ​ຕູ​ແກ່​ຕະ​ຫຼາດໃຫ້​ສິນ​ຄ້າ ຫວຽດ​ນາມ; ສົ່ງ​ເສີມ​ວິ​ສາ​ຫະ​ກິດ ກາ​ນາ​ດາ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດ, ໂຄງ​ການ​ຈຸດ​ສຸມ​ດ້ານ​ພະ​ລັງ​ງານ, ເສດ​ຖະ​ກິດ​ສີ​ຂຽວ, ເສດ​ຖະ​ກິດ​ໝູນ​ວຽນ​ຢູ່ ຫວຽດ​ນາມ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ...

ສ່ວນ​ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ Mark Carney ຢືນ​ຢັນ​ວ່າ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຫຼັກ​ແຫຼ່ງ​ຂອງ ກາ​ນາ​ດາ ຢູ່​ພາກ​ພື້ນ ອາ​ຊຽນ ແລະ ພາກ​ພື້ນ​ມະ​ຫາ​ສະ​ໝຸດ ອິນ​ເດຍ - ​ປາ​ຊີ​ຟິກ. ພ້ອມ​ກັນ​ນັ້​ນ, ກໍ່ປາດ​ຖະ​ໜາ​ວ່າ 2 ຝ່າຍ​​ຈະສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຊຸກ​ຍູ້ຜົນ​ປະ​ໂຫຍ​ດ​ລວມ​ໃນ​ບັນ​ດາ​ຂົງ​ເຂດ, ຄື: ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ກວມ​ລວມ, ພະ​ລ​ັງ​ງານ, ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​​ທີ່ມີ​ຄຸນ​ນະ​ພາບ​ສູງ... ພ້ອມ​ກັນ​ນັ້ນ, ກໍ່ຊຸກ​ຍູ້​ຄວາມ​ສາ​ມາດ​ສ້າງ​ສາຍ​ການ​ບິນ​ໂດຍ​ກົງ​ລະ​ຫວ່າງ 2 ປະ​ເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top