ຕອນຄ່ຳວັນທີ 21 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ເປັນຄັ້ງທຳອິດທີ່ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Mark Carney, ນາຍົກລັດຖະມົນຕີ ການາດາ.
(ທ່ານນາຍົກລັດຖະມົນຕີ ເລມິນຮຶງ ທີ່ການໂອ້ລົມທາງໂທລະສັບ. (ພາບ: VNA)
ທີ່ການໂອ້ລົມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖື ການາດາ ແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດ. ທ່ານສະເໜີໃຫ້ 2 ຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາບຸລິມະສິດໃຫ້ປະກົດຜົນເປັນຈິງໂດຍໄວ, ຄື: ການາດາ ສືບຕໍ່ເປິດປະຕູແກ່ຕະຫຼາດໃຫ້ສິນຄ້າ ຫວຽດນາມ; ສົ່ງເສີມວິສາຫະກິດ ການາດາ ເພີ່ມທະວີການລົງທຶນເຂົ້າບັນດາຂົງເຂດ, ໂຄງການຈຸດສຸມດ້ານພະລັງງານ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນຢູ່ ຫວຽດນາມ; ເພີ່ມທະວີການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ...
ສ່ວນທ່ານນາຍົກລັດຖະມົນຕີ Mark Carney ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຫຼັກແຫຼ່ງຂອງ ການາດາ ຢູ່ພາກພື້ນ ອາຊຽນ ແລະ ພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ. ພ້ອມກັນນັ້ນ, ກໍ່ປາດຖະໜາວ່າ 2 ຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ຜົນປະໂຫຍດລວມໃນບັນດາຂົງເຂດ, ຄື: ການພັດທະນາແບບຍືນຍົງ ແລະ ກວມລວມ, ພະລັງງານ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ... ພ້ອມກັນນັ້ນ, ກໍ່ຊຸກຍູ້ຄວາມສາມາດສ້າງສາຍການບິນໂດຍກົງລະຫວ່າງ 2 ປະເທດ.