• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງ​ແຍງ​ດູ​ແລ​ພໍ່​ແມ່​ພີ່​ນ້ອງ​ເຜົ່າ ຂະ​ແມ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ Sene Dolta

ເນື່ອງໃນໂອກາດວັນບຸນ Sene Dolta, ຢູ່ຫຼາຍທ້ອງຖິ່ນໄດ້ດຳເນີນບັນດາກິດຈະກຳຢ້ຽມຢາມຖາມຂ່າວ, ອວຍພອນບັນດາພະມະຫາອາຈານ, ພະອາຈານໃຫຍ່, ພະອາຈານ, ຜູ້ມີຍົກສັກຕຳແໜ່ງ, ຄະນະຄຸ້ມຄອງວັດ ແລະ ພໍ່ແມ່ພີ່ນ້ອງເຜົ່າ ຂະແມ ເນື່ອງໃນໂອກາດວັນບຸນ Sene Dolta ປີ 2025.
ທະຫານປ້ອງກັນຊາຍແດນ ແຂວງ ເກີນເທີ ກວດສຸຂະພາບໃຫ້ແກ່ພໍ່ແມ່ປະຊາຊົນເຜົ່າ ຂະແມ ເນື່ອງໃນໂອກາດວັນບຸນ Sene Dolta (ພາບ: TTXVN)

ຕອນບ່າຍວັນທີ 19 ກັນຍາ, ທ່ານຮອງເລຂາຄະນະພັກແຂວງ ກາເມົາ ໂຮ່ແທັງຖຸ່ຍ ໄດ້ໄປຢ້ຽມຢາມ, ອວຍພອນຢູ່ບັນດາວັດຂະແມໃນບໍລິເວນແຂວງ ເນື່ອງໃນໂອກາດວັນບຸນ Sene Dolta. ທ່ານ ໂຮ່ແທັງຖຸຍ ຢັ້ງຢືນວ່າ ແຂວງ ກາເມົາ ຍາມໃດກໍເອົາໃຈໃສ່ຜັນຂະຫຍາຍປະຕິບັດບັນດານະໂຍບາຍກ່ຽວກັບສາສະໜາ, ຊົນເຜົ່າ ທີ່ພັກ, ລັດ ໄດ້ວາງອອກໃຫ້ແກ່ພໍ່ແມ່ພີ່ນ້ອງຊາວບັນດາເຜົ່າສ່ວນໜ້ອຍເປັນຢ່າງດີ, ໃນນັ້ນ ມີພໍ່ແມ່ພີ່ນ້ອງເຜົ່າ ຂະແມ; ພ້ອມທັງປາດຖະໜາໃຫ້ບັນດາພະມະຫາອາຈານ,ພະອາຈານ ສືບຕໍ່ຮ່ວມເດີນທາງພ້ອມກັບທຸກຂັ້ນ, ທຸກຂະແໜງການໃນການໂຄສະນາ, ຂົນຂວາຍພຸດທະສາສະນິກກະຊົນປະຕິບັດແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ແລະ ທ້ອງຖິ່ນ ໃຫ້ເປັນຢ່າງດີ; ຕັ້ງໜ້າເບິ່ງແຍງຊີວິດການເປັນຢູ່ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ; ສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ປຸກລະດົມຂົນຂວາຍຄູບາສຳມະເນນ ແລະ ພໍ່ແມ່ພີ່ນ້ອງ ຕັ້ງໜ້າເຂົ້າຮ່ວມຂະບວນການ, ການຂົນຂວາຍຕ່າງໆ, ຮ່ວມແຮງຮ່ວມໃຈສ້າງບ້ານເກີດເມືອງນອນຮັ່ງມີສວຍງາມ.

(ແຫຼ່ງຄັດຈາກ VOV)

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນນຳພາປະເທດຊາດ ພັດທະນາ

ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນນຳພາປະເທດຊາດ ພັດທະນາ

ພັກ, ລັດ ຫວຽດນາມ ໄດ້ກຳນົດວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນຫຼັກ​ ເພື່ອໃຫ້ ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່.

Top