ທ່ານນາງ Sishila Karki, ອະດີດປະທານສານສູງສຸດ ເນປານ ໄດ້ກາຍເປັນແມ່ຍິງຜູ້ທຳອິດ ນຳໜ້າອົງການບໍລິຫານຂອງປະເທດນີ້, ຮັບຜິດຊອບນຳພາລັດຖະບານໄລຍະຂ້າມຜ່ານໃນຊຸມເດືອນຈະມາເຖິງ.
ພິທີສາບານຕົວຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີຊົ່ວຄາວຂອງ ທ່ານນາງ Sishila Karki ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 12 ກັນຍາ, ຢູ່ທຳນຽບປະທານາທິບໍດີ ເນປານ. ກ່ອນໜ້ານັ້ນ 2-3 ຊົ່ວໂມງ, ຫ້ອງວ່າການປະທານາທິບໍດີ ເນປານ ໄດ້ປະກາດຂໍ້ຕົກລົງດັ່ງກ່າວ. ທ່ານປະທານາທິບໍດີ Ram Chandra Paudel ໄດ້ເປັນປະທານພິທີສາບານຕົວຮັບດຳລົງຕຳແໜ່ງ, ຮຽກຮ້ອງໃຫ້ ທ່ານນາງ Sishila Karki “ກອບກູ້ເອົາປະເທດຊາດ” ແລະ ອວຍພອນໃຫ້ທ່ານຈົ່ງປະສົບຜົນສຳເລັດ.
ບັນດາຜູ້ເຂົ້າຮ່ວມຂະບວນການແຫ່ຂະບວນ “ລຸ້ນ Gen Z” ໄດ້ຄັດເລືອກໃຫ້ ທ່ານນາງ Sishila Karki ດຳລົງຕຳແໜ່ງນາຍົກລັດຖະມົນຕີຊົ່ວຄາວໃນການປ່ອນບັດທາງສື່ສັງຄົມອອນລາຍ Discord.