• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຕັ້ນເພື່ອຄວາມດີ-ລົບລ້າງການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ

      ກໍ່ໃນຕອນເຊົ້າວັນທີ 25 ພະຈິກ, ພ້ອມກັບນະຄອນຮ່າໂນ້ຍ, ຢູ່ນະຄອນ ດ່ານັ້ງ ແລະ ຫາຍຟ່ອງ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວດັ່ງກ່າວເຊັ່ນດຽວກັນ.

ການເຄື່ອນໄຫວຢູ່ໜອງ ໂຮ່ເກືອມ
      ຕອນເຊົ້າວັນທີ 25 ພະຈິກ, ຢູ່ເຂດໜອງ ຮ່ວານກ໊ຽມ, ນະຄອນຮ່າໂນ້ຍ, ມີປະຊາຊົນນັບພັນຄົນໄດ້ເຂົ້າຮ່ວມລາຍການ “ເຕັ້ມເພື່ອຄວາມດີ” (Dance for Kindness). ເຫດການໄດ້ຮັບການຈັດຕັ້ງເນື່ອງໃນໂອກາດວັນສາກົນລົບລ້າງການໃຊ້ຄວາມຮຸນແຮງສຳລັບແມ່ຍິງ ແລະ ເດັກຍິງ (ຄືວັນທີ 25 ພະຈິກ).
        ກໍ່ໃນຕອນເຊົ້າວັນທີ 25 ພະຈິກ, ພ້ອມກັບນະຄອນຮ່າໂນ້ຍ, ຢູ່ນະຄອນ ດ່ານັ້ງ ແລະ ຫາຍຟ່ອງ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວດັ່ງກ່າວເຊັ່ນດຽວກັນ. ມີປະຊາຊົນໃນທຸກເກັ່ນອາຍຸນັບພັນໆຄົນໄດ້ຈົດທະບຽນເຂົ້າຮ່ວມເຫດການ.
        ນີ້ແມ່ນປີທີ 4 ຫວຽດນາມ ຈັດຕັ້ງເຫດການດັ່ງກ່າວ. ທ່ານ ຫວູມີງຫລີ໊, ຫົວໜ້າຄະນະຈັດຕັ້ງ “ເຕັ້ນເພື່ອຄວາມດີ” ໃຫ້ຮູ້ວ່າ:
        ເຫດການ ເຕັ້ນເພື່ອຄວາມດີໄດ້ເລີ່ມຈັດຕັ້ງແຕ່ວັນທີ 11 ພະຈິກ, ແຕ່ເຖິງຢ່າງໃດກໍ່ຕາມ, ພວກຂ້າພະເຈົ້າລໍຖ້າຮອດມື້ນີ້ເພື່ອສາມາດແຜ່ຂະຫຍາຍສານກ່ຽວກັບການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ ກໍ່ຄືການທຳຮ້າຍຮ່າງກາຍເດັກຍິງໃຫ້ຫຼາຍກ່ວາ.
        “ເຕັ້ນເພື່ອຄວາມດີ” ໂດຍອົງການ Life Vest Inside, ອົງການໜຶ່ງມີສຳນັກງານຕັ້ງຢູ່ ນິວຢອກ, ປະເທດ ອາເມລິກາ ລິເລີ່ມນັບແຕ່ປີ 2012, ດ້ວຍເປົ້າໝາຍແຜ່ຂະຫຍາຍຄວາມດີ, ພັດທະນາມະນຸດ, ສ້າງບັນດາຄຸນຄ່າອັນດີງາມເຖິງວົງຄະນະຍາດ. ມາຮອດປະຈຸບັນ, ເຫດການດັ່ງກ່າວໄດ້ແຜ່ຂະຫຍາຍອອກສູ່ກ່ວາ 100 ປະເທດ ແລະ ເຂດແຄ້ວນໃນໂລກ, ເຊື່ອມຕໍ່ທົ່ວໂລກເພື່ອແນໃສ່ຕອບສະໜອງສັບປະດາໂລກເຊີດຊູຄວາມດີ (World Kindness Week).
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top