• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດ​ຊູ​ຜູ້​ມີ​ອິດ​ທິ​ພົນ​ຊື່​ສຽງ​ດີ​ເດັ່ນ 200 ຄົນ​ຢູ່​ເຂດ​ຊາຍ​ແດນ, ທະ​ເລ​ໝູ່​ເກາະ

ຜູ້ແທນເກືອບ 200 ຄົນທີ່ໄດ້ຮັບການເຊີດຊູໃນລາຍການນີ້ ເຊິ່ງລ້ວນແລ້ວແຕ່ແມ່ນຜູ້ມີອິດທິພົນຊື່ສຽງດີເດັ່ນ, ແມ່ນຂົວຕໍ່ລະຫວ່າງອຳນາດການປົກຄອງກັບປະຊາຊົນ, ແມ່ນກຳລັງຫຼັກແຫຼ່ງແກ່ນສານໃນຂະບວນການແຂ່ງຂັນຮັກຊາດ, ແມ່ນ “ທີ່ເພິ່ງ” ທາງດ້ານຈິດໃຈອັນໝັ້ນແກ່ນຂອງໝູ່ບ້ານ, ທ້ອງຖິ່ນ.
ເຊີດຊູຜູ້ມີອິດທິພົນຊື່ສຽງດີເດັ່ນ 200 ຄົນຢູ່ເຂດຊາຍແດນ, ທະເລໝູ່ເກາະ (ພາບ: TTXVN)

ຕອນຄ່ຳວັນທີ 16 ມິຖຸນາ ຢູ່ຮ່າໂນ້ຍ, ວາລະສານ ຄອມມູນິດ, ຄະນະປະຈຳ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວດຽດນາມ ແລະ ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ສົມທົບກັນຈັດລາຍການ “ທີ່ເພີ່ງຂອງໝູ່ບ້ານ” ຄັ້ງທີ II ປີ 2024. ຜູ້ແທນເກືອບ 200 ຄົນທີ່ໄດ້ຮັບການເຊີດຊູໃນລາຍການນີ້ ເຊິ່ງລ້ວນແລ້ວແຕ່ແມ່ນຜູ້ມີອິດທິພົນຊື່ສຽງດີເດັ່ນ, ແມ່ນຂົວຕໍ່ລະຫວ່າງອຳນາດການປົກຄອງກັບປະຊາຊົນ, ແມ່ນກຳລັງຫຼັກແຫຼ່ງແກ່ນສານໃນຂະບວນການແຂ່ງຂັນຮັກຊາດ, ແມ່ນ “ທີ່ເພິ່ງ” ທາງດ້ານຈິດໃຈອັນໝັ້ນແກ່ນຂອງໝູ່ບ້ານ, ທ້ອງຖິ່ນ.

        ກ່າວຄຳເຫັນທີ່ລາຍການ, ທ່ານພົນເອກ ເລືອງເກື່ອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍມີຄວາມເອົາໃຈໃສ່ເປັນພິເສດເຖິງວຽກງານຂົນຂວາຍ, ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນການສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານກໍປາດຖະໜາ ແລະ ສະເໜີໃຫ້ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີຍົດສັກຕຳແໜ່ງທາງດ້ານສາສະໜາ, ຜູ້ມີອິດທິພົນຊື່ສຽງ ສືບຕໍ່ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບເປັນແບບຢ່າງເພື່ອໃຫ້ຄອບຄົວ, ວົງຕະກຸນ, ໝູ່ບ້ານ, ວົງຄະນະຍາດ ຮ່ຳຮຽນ ແລະ ເຮັດຕາມ. ພ້ອມທັງຫວັງວ່າ ພໍ່ແມ່ປະຊາຊົນຍາມໃດກໍມີຄວາມໄວ້ເນື້ອເຊື່ອໃຈສູງສຸດຕໍ່ການຊີ້ນຳນຳພາຂອງພັກ, ລັດ ແລະ ແມ່ນ “ທີ່ເພິ່ງຂອງໝູ່ບ້ານ” ຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບການນຳຫຼາຍປະເທດຢູ່ ລັດເຊຍ

ໃນໂອກາດວັນໄຊຊະນະ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ພົບປະ 2 ຝ່າຍກັບການນຳ ຈີນ, ກຸຍບາ, ຢູເບກິດສະຖານ.

Top