• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເງິນລົງທຶນຈາກຕ່າງປະເທດ ຫຼັ່ງໄຫຼເຂົ້າມາຫວຽດນາມ ພາຍຫຼັງໄລຍະ 5 ເດືອນຕົ້ນປີ 2020 ບັນລຸເກືອບ 13,9 ຕື້

      ສິງກະໂປ ແມ່ນປະເທດ ຢືນອັນດັບໜຶ່ງ, ຖັດມາແມ່ນ ໄທ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ, ຮົ່ງກົງ (ຈີນ)... ຕາມລໍາດັບ.

 (ພາບປະກອບ: thanhnien.vn)
      ຕາມບົດລາຍງານຫຼ້າສຸດຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມທີ່ ຫາກໍປະກາດໂດຍໃຫ້ຮູ້ວ່າ ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນເດືອນພຶດສະພາ 2020 ບັນລຸກວ່າ 1,55 ຕື້ USD, ຍົກຍອດເງິນລົງທຶນ FDI ເຂົ້າມາລົງທຶນຢູ່ຫວຽດນາມ ພາຍຫຼັງໄລຍະ 5 ເດືອນຕົ້ນປີ 2020 ບັນລຸເກືອບ 13,9 ຕື້ USD. ຖ້າທຽບໃສ່ໄລຍະດຽວກັນຂອງປີ 2019 ແມ່ນ ຫຼຸດລົງ 17%, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍຕາມ, ແຕ່ເງິນລົງທຶນ FDI ເຂົ້າມາຫວຽດນາມ ໃນ 5 ເດືອນຕົ້ນປີ 2020 ຍັງສືບຕໍ່ເພີ່ມຂຶ້ນສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງຊຸມປີກ່ອນໆ. ໃນນັ້ນມີທັງໝົດ 96 ປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ເຂົ້າມາລົງທຶນຢູ່ຫວຽດນາມ. ສິງກະໂປ ແມ່ນປະເທດ ຢືນອັນດັບໜຶ່ງ, ຖັດມາແມ່ນ ໄທ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ, ຮົ່ງກົງ (ຈີນ)... ຕາມລໍາດັບ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top