• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ແມ່ນ​ກຳ​ລັງ​ໜູນຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ​ລວ​ມ​ໃນ​ທົ່ວ​ປະ​ເທດ

ທ່ານນາຍົກລັດຖະມົນຕີຖືວ່າ ເຂດທ່ົງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ບໍ່ພຽງແຕ່ແມ່ນສະຖານທີ່ຍຸດທະສາດທາງດ້ານກະສິກຳ, ເຂດຜະລິດເຂົ້າສານ, ໝາກໄມ້, ສິນໃນນ້ຳເທົ່ານັ້ນ ຫາກຍັງແມ່ນບັນດາກຳລັງໜູນເພື່ອຊຸກຍູ້ການພັດທະນາເສດຖະກິດລວມໃນທົ່ວປະເທດ ອີກດ້ວຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ  ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP)

ຕອນເຊົ້າວັນທີ 1 ສິງຫາ, ຢູ່ນະຄອນເກິ່ນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງບັນດາແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ນີ້ແມ່ນບັນດາລາຍການເຮັດວຽກຂອງທ່ານນາຍົກລັດຖະມົນຕີ ກັບບັນດາເຂດເສດຖະກິດໃນທົ່ວປະເທດ, ເພື່ອແນໃສ່ຊຸກຍູ້ການປ່ອຍເງິນລົງທຶນສາທາລະນະ ແລະ ປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມໃນສະພາບການເກີດໂລກລະບາດ Covid – 19.

        ກ່າວຄຳເຫັນເລີ່ມຕົ້ນການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ: ຢູ່ພາກກາງ ໂລກລະບາດໄດ້ກັບມາລະບາດຄືນໃໝ່ ແລະ ມີການຜັນແປຢ່າງສັບສົນ. ໄປຄຽງຄູ່ກັນນັ້ນ, ເສດຖະກິດໃນໂລກກໍ່ຊຸດໂຊມຢ່າງແຮງ, ໃນນັ້ນ ນັບທັງບັນດາຄູ່ຮ່ວມມືສຳຄັນຂອງຫວຽດນາມ. ໃນສະພາບການນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນບໍ່ຄວນປະໝາດ, ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ແຕ່ກໍ່ຕ້ອງມານະພະຍາຍາມປະຕິບັດເປົ້າໝາຍຄວບຄູ່.

        ດ້ວຍຄວາມຕັດສິນໃຈສູງ, ທ່ານນາຍົກລັດຖະມົນຕີຖືວ່າ ເຂດທ່ົງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ບໍ່ພຽງແຕ່ແມ່ນສະຖານທີ່ຍຸດທະສາດທາງດ້ານກະສິກຳ, ເຂດຜະລິດເຂົ້າສານ, ໝາກໄມ້, ສິນໃນນ້ຳເທົ່ານັ້ນ ຫາກຍັງແມ່ນບັນດາກຳລັງໜູນເພື່ອຊຸກຍູ້ການພັດທະນາເສດຖະກິດລວມໃນທົ່ວປະເທດ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top