• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດຊາຍແດນສັນຕິພາບ ແລະ ພັດທະນາ, ປະກອບສ່ວນເພີ່ມທະວີການພົວພັນແບບພິເສດ ຫວຽດນາມ -ລາວ

      ຊາຍແດນ ຫວຽດນາມ - ລາວ ມີລວງຍາວປະມານ 2.337 ກມ, ຕິດກັບ 10 ແຂວງຂອງ ຫວຽດນາມ ແລະ 10 ແຂວງຂອງລາວ

ທ່ານ ເລຮ່ວາຍຈູງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ
      ໃນການຕອບສຳພາດຕໍ່ວົງການນັກຂ່າວ ເນື່ອງໃນໂອກາດກອງປະຊຸມສະຫລຸບແຜນການສັງລວມປະຕິບັດວຽກງານປັກຫຼັກໝາຍຖີ່ ແລະ ບູລະນະປະຕິສັງຂອນລະບົບຫຼັກໝາຍຊາຍແດນ ຫວຽດນາມ - ລາວ, ທ່ານ ເລຮ່ວາຍຈູງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ, ໃຫ້ຮູ້ວ່າ: ຊາຍແດນ ຫວຽດນາມ - ລາວ ມີລວງຍາວປະມານ 2.337 ກມ, ຕິດກັບ 10 ແຂວງຂອງ ຫວຽດນາມ ແລະ 10 ແຂວງຂອງລາວ. ປະຈຸບັນ, ລະບົບຫຼັກໝາຍແຫ່ງຊາດລະຫວ່າງ 2 ປະເທດ ມີ 1002 ຫຼັກໝາຍ ແລະ ມີຫຼັກຂີດໝາຍຢູ່ 905 ທີ່ຕັ້ງ, ເຊິ່ງໄດ້ຮັບຮູ້ລາຍລະອຽດ ໃນອະນຸສັນຍາກ່ຽວກັບຊາຍແດນ ແລະ ຫຼັກໝາຍຊາຍແດນ ຫວຽດນາມ - ລາວ ລົງວັນທີ 16 ມີນາ 2016. ທ່ານຮອງລັດຖະມົນຕີ ເລຮ່ວາຍຈູງ ຢືນຢັນວ່າ: ເຂດຊາຍແດນ ຫວຽດນາມ - ລາວ ມີທີ່ຕັ້ງບົດບາດຍຸດທະສາດສຳຄັນສຳລັບການປ້ອງກັນຄວາມສະຫງົບ ແລະ ເສດຖະກິດສັງຄົມຂອງ 2 ປະເທດ. ເຂດຊາຍແດນມີສະຖຽນລະພາບ ແລະ ພັດທະນາຈະປະກອບສ່ວນເພີ່ມທະວີ ແລະ ປັບປຸງນຳ້ໃຈສາມັກຄີ, ສະໜິດຕິດພັນລະຫວ່າງປະຊາຊົນ ຢູ່ 2 ເຂດຊາຍແດນ, ຊຸກຍູ້ການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຂອງບັນດາທ້ອງຖິ່ນ ມີຊາຍແດນຮ່ວມ, ປະກອບສ່ວນສຳຄັນເຂົ້າໃນຄວາມສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ ແລະ ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ -ລາວ.
      ທ່ານຮອງລັດຖະມົນຕີ ເລຮ່ວາຍຈູງ ໃຫ້ຮູ້ວ່າ: ໄລຍະຈະມາເຖິງ, 2 ປະເທດຈະເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ໃນວຽກງານຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ; ຍົກສູງສະຕິລະວັງຕົວໃນການຕໍ່ສູ້ປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດ, ທັບມ້າງທຸກໆກົນອຸບາຍມ້າງເພທຳລາຍສອງລັດຂອງບັນດາກຳລັງທີ່ເປັນປໍລະປັກ, ຮັກສາສະຖຽນລະພາບຢູ່ເຂດຊາຍແດນ. ຫວຽດນາມ ແລະ ລາວ ກໍ່ສ້າງກົນໄກ, ນະໂຍບາຍເພີ່ມທະວີດຶງດູດການລົງທຶນພາຍໃຕ້ຫຼາຍຮູບແບບ ເພື່ອແນໃສ່ປັບປຸງ, ຍົກລະດັບພື້ນຖານໂຄງລ່າງດ້ານເຕັກນິກໂດຍໄວ, ພິເສດແມ່ນພື້ນຖານຄົມມະນາຄົມ, ການພັດທະນາເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວເຂດຊາຍແດນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top