ຕອນບ່າຍວັນທີ 12 ພຶດສະພາ,ຢູ່ສຳນັກງານ ຄະນະພັກນະຄອນຮ່າໂນ້ຍ, ຄະນະປະຈຳຄະນະພັກນະຄອນຮ່າໂນ້ຍ ໄດ້ເຈລະຈາກັບຜູ້ແທນຂັ້ນສູງນະຄອນຫຼວງ ວຽງຈັນ (ປະເທດ ສປປ.ລາວ) ເນື່ອງໃນໂອກາດມາຢ້ຽມຢາມ, ເຮັດວຽກຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານເຈິ່ນດຶກທັງ ເລຂາຄະນະພັກນະຄອນຮ່າໂນ້ຍ ເນັ້ນໜັກວ່າ ຮ່າໂນ້ຍພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການກັບ ນະຄອນຫຼວງວຽງຈັນ ໃນການສັບຊ້ອນກົງຈັກ, ສ້າງອົງການປົກຄອງທ້ອງຖິ່ນ ສອງຂັ້ນ, ປະຕິຮູບລະບຽບການບໍລິຫານ ແລະ ຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງຖັນແຖວພະນັກງານ. ຮ່າໂນ້ຍສະໜັບສະໜູນ ເລື່ອງສືບຕໍ່ຮັກສາ ແລະ ເປີດກວ້າງການຮ່ວມມືຂັ້ນຮາກຖານລະຫວ່າງສອງນະຄອນຫຼວງ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງຢ່າງສູງ ຂອງການນຳສອງຝ່າຍ, ການພົວພັນ ຮ່າໂນ້ຍ ວຽງຈັນ ສືບຕໍ່ມີການພັດທະນາຢ່າງແທ້ຈິງ, ຍືນຍົງ ແລະ ມີປະສິດທິຜົນກວ່າອີກ ໃນໄລຍະຈະມາເຖິງ.
ສ່ວນທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກນະຄອນຫຼວງວຽງຈັນ, ປະທານສະພາປະຊາຊົນນະຄອນຫຼວງ ວຽງຈັນ ໄດ້ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການ່ຮວມມືໃນບັນດາຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ສ້າງອົງການປົກຄອງທ້ອງຖິ່ນ, ຄຸ້ມຄອງຕົວເມືອງ, ປະຕິຮູບລະບຽບການບໍລິຫານ…







