• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟເຂດຕົວເມືອງເລກ 2 ດ້ວຍຍອດຈຳນວນເງິນລົງທຶນກວ່າ 1,3 ຕື້ USD

ຄາດວ່າ ທາງລົດໄຟ metro ເລກ 2 ຈະກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການໃນປີ 2029.
ພິທີເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟເຂດຕົວເມືອງເລກ 2 (ພາບ: TTXVN)

 ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10 ຕຸລາ 1954 – 10 ຕຸລາ 2025), ຕອນເຊົ້າວັນທີ 09 ຕຸລາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟເຂດຕົວເມືອງເລກ 2 (metro) ໄລຍະ ນາມທັງລອງ - ເຈິ່ນຮືງດ້າວ, ດ້ວຍຍອດເງິນລົງທຶນກວ່າ 1,3 ຕື້ USD.

        ໂຄງການດັ່ງກ່າວແມ່ນກິດຈະກຳສຳຄັນລະດັບຊາດ, ນຳໃຊ້ທຶນກູ້ຢຶມອຸປະຖຳການພັດທະນາຢ່າງເປັນທາງການ (ODA) ຂອງອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ສົມທົບກັບທຶນສົມທົບຈາກງົບປະມານຂອງນະຄອນ ຮ່າໂນ້ຍ. ຄາດວ່າ ທາງລົດໄຟ metro ເລກ 2 ຈະກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການໃນປີ 2029. ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເຢືອງດຶກຕວນ ເນັ້ນໜັກວ່າ:

        “ໂຄງການກໍ່ສ້າງເສັ້ນທາງລົດໄຟຕົວເມືອງເລກ 2 ໄລຍະ ນາມທັງລອງ - ເຈິ່ນຮືງດ້າວ ບໍ່ພຽງແຕ່ແມ່ນກິດຈະກຳຄົມມະນາຄົມຈຸດສຸມຂອງນະຄອນຫຼວງ ຮ່າໂນ້ຍ ເທົ່ານັ້ນ, ຫາກຍັງແມ່ນສັນຍາລັກຂອງວິໄສທັດ, ເຈດຈຳນົງ ແລະ ຄວາມຄາດຫວັງປ່ຽນແປງໃໝ່, ມຸ່ງໄປເຖິງຮູບແບບພັດທະນາເຂດຕົວເມືອງ ຕິດພັນກັບຄົມມະນາຄົມສາທາລະນະ - TOD. ແຕ່ລະສະຖານີລົດໄຟ ບໍ່ພຽງແຕ່ແມ່ນບ່ອນຢຸດເທົ່ານັ້ນ, ຫາກຍັງກາຍເປັນແກ່ນສານຂອງເຂດຕົວເມືອງພັດທະນາ, ອັດສະລິຍະ, ເຕົ້າໂຮມການຄົມມະນາຄົມການຄ້າ, ວັດທະນະທຳ - ທ່ອງທ່ຽວ ແລະ ການດຳລົງຊີວິດຊຸມຊົມອີກດ້ວຍ”.

        ຕາມແຜນການລວມຂອງນະຄອນຫຼວງ ຮ່າໂນ້ຍ ຮອດປີ 2045, ວິໄສທັດຮອດປີ 2065, ນະຄອນ ຮ່າໂນ້ຍ ຈະພັດທະນາເສັ້ນທາງລົດໄຟເຂດຕົວເມືອງ 15 ສາຍ, ດ້ວຍຄວາມຍາວທັງໝົດປະມານ 620 ກມ, ເຊື່ອມຕໍ່ລະຫວ່າງສູນກາງກັບບັນດາເຂດຕົວເມືອງ ແລະ ເຂດໃກ້ຄຽງຢ່າງຄົບຊຸດ.

(ແຫຼ່ງຄັດຈາກ VOV)

ສະພາສູງ ອາເມລິກາ ສືບຕໍ່ຕົກເຂົ້າສູ່ສະພາບບໍ່ມີທາງອອກໃນການຮັບຮອງເອົາງົບປະມານຊົ່ວຄາວ

ສະພາສູງ ອາເມລິກາ ສືບຕໍ່ຕົກເຂົ້າສູ່ສະພາບບໍ່ມີທາງອອກໃນການຮັບຮອງເອົາງົບປະມານຊົ່ວຄາວ

ດ້ວຍຈຳນວນບັດເຫັນດີ 54 ບັດແລະ ບັດຄ້ານ 45 ບັດ, ສະພາສູງບໍ່ສາມາດຮັບຮອງເອົາຂໍ້ສະເໜີຂອງພັກສາທາລະນະທີ່ຍົກອອກມາ ເພື່ອສະໜອງງົບປະມານໃຫ້ແກ່ລັດຖະບານຮອດກາງເດືອນ ພະຈິກ.

Top