ຕອນເຊົ້າວັນທີ 01 ຕຸລາ, ໃນຂອບເຂດບັນດາເຫດການວັນນະວັດຕະກຳແຫ່ງຊາດ 2025 ແລະ ງານວາງສະແດງສາກົນນະວັດຕະກຳ ຫວຽດນາມ 2025 ທີ່ຈັດຂຶ້ນຢູ່ເຂດອຸດສາຫະກຳສູງ ຮ່ວາລາກ, ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ປະກາດການຈັດອັນດັບຕາຕະລາງດັດຊະນີນະວັດຕະກຳຂັ້ນທ້ອງຖິ່ນ (PII) 2025. ຕາມຕາຕະລາງຈັດອັນດັບແລ້ວ, ຮ່າໂນ້ຍ ສືບຕໍ່ແມ່ນທ້ອງຖິ່ນນຳໜ້າທົ່ວປະເທດກ່ຽວກັບ PII 2025. ນີ້ກໍ່ແມ່ນປີທີ 3 ຢ່າງລຽນຕິດທີ່ ຮ່າໂນ້ຍ ນຳໜ້າ PII, ເຊິ່ງໄດ້ສະແດງໃຫ້ເຫັນບົດບາດນຳພາ, ນຳໜ້າຂອງນະຄອນຫຼວງ ໃນການພັດທະນາເສດຖະກິດ, ສັງຄົມ ໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. ຖັດຈາກ ຮ່າໂນ້ຍ ແມ່ນ ນະຄອນ ໂຮ່ຈີມິນ, ກວາງນິງ, ຫາຍຟ່ອງ ແລະ ນະຄອນ ເຫ້ວ ຕາມລຳດັບ.
PII ໄດ້ສ້າງຂຶ້ນຕາມມາດຕະຖານສາກົນ, ສະໜອງພື້ນຖານດ້ານວິທະຍາສາດ ແລະ ພຶດຕິກຳຕົວຈິງເພື່ອເປັນບ່ອນອີງໃນການກຳນົດ, ຄັດເລືອກບັນດາການກຳນົດທິດ, ມາດຕະການແກ້ໄຂໃຫ້ເໝາະສົມ ຮັບໃຊ້ການຄຸ້ມຄອງ, ບໍລິຫານການພັດທະນາເສດຖະກິດສັງຄົມ. ປະຈຸບັນ, ໃນໂລກມີພຽງແຕ່ ອິນເດຍ, ຈີນ, ໂກລົມເບຍ ແລະ ຫວຽດນາມ ນຳໜ້າໃນການສ້າງດັດຊະນີນະວັດຕະກຳຂັ້ນທ້ອງຖິ່ນເທົ່ານັ້ນ.