• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມແຮງຮ່ວມໃຈຮັກສາ ແລະ ພັດທະນາພາສາ ຫວຽດ ໃນວົງຄະນະຍາດຊາວ ຫວຽດນາມ ຢູ່ຕ່າງປະເທດ

      ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມກັບບັນດາພະນັກງານ, ຄູອາຈານມະຫາວິທະຍາໄລ, ນັກຊ່ຽວຊານພາສາສາດ, ຜູ້ຕາງໜ້າສະມາຄົມຕິດຕໍ່ພົວພັນກັບຊາວ ຫວຽດນາມ

ຮ່ວມແຮງຮ່ວມໃຈຮັກສາ ແລະ ພັດທະນາພາສາ ຫວຽດ ໃນວົງຄະນະຍາດຊາວ ຫວຽດນາມ ຢູ່ຕ່າງປະເທດ (ພາບ: TTXVN)
      ຕອນບ່າຍວັນທີ 06 ມັງກອນ, ທີ່ນະຄອນ ໂຮ່ຈີມິນ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສົມທົບກັບກະຊວງສຶກສາ ແລະ ບຳ ລຸງສ້າງ, ກະຊວງການຕ່າງປະເທດຈັດຕັ້ງການໂອ້ລົມສົນທະນາສົມທົບໜູນຊ່ວຍວຽກງານສອນ ແລະ ຮຽນພາສາ ຫວຽດ ໃນວົງຄະນະຍາດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
        ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນແມ່ນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມກັບບັນດາພະນັກງານ, ຄູອາຈານມະຫາວິທະຍາໄລ, ນັກຊ່ຽວຊານພາສາສາດ, ຜູ້ຕາງໜ້າສະມາຄົມຕິດຕໍ່ພົວພັນກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ພ້ອມກັນແບ່ງປັນບົດຮຽນໃນວຽກງານສອນພາສາ ຫວຽດ ໃຫ້ຊາວ ຫວຽດນາມ ຢູ່ຕ່າງປະເທດ; ໄຈ້ແຍກບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດ ແລະ ປຶກສາຫາລືມາດຕະການແກ້ໄຂ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານສອນ ແລະ ຮຽນພາສາ ຫວຽດ ໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ບັນດາຜູ້ແທນລ້ວນແຕ່ເຫັນດີກ່ຽວກັບລັກສະນະຈຳເປັນຂອງເລື່ອງຮັກສາ ແລະ ຍູ້ແຮງການສອນ ແລະ ຮຽນພາສາ ຫວຽດ ໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກ່ວາອີກ ແນໃສ່ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ, ມູນເຊື້ອຂອງຊາດ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top