ຂ່າວສານ
ຮູບແບບການເຕີບໂຕໃໝ່ໃນໄລຍະ 2026 – 2030: ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການເຫັນເປັນດີຈີຕອນເປັນເສົາຄ້ຳ
ໃນ ໄລຍະ 5 ປີຈະມາເຖິງ, ຫວຽດນາມ ຄວນຍູ້ໄວ ແລະ ເພີ່ມປະສິດທິຜົນຂອງການຫັນປ່ຽນຈາກການລົງທຶນກ່ຽວກັບຈຳນວນມາເປັນການລົງທຶນທີ່ມີຄຸນນະພາບ, ຜັນຂະຫຍາຍບັນດາມາດຕະການເພື່ອເພີ່ມທະວີຄຸນນະພາບໃນການພັດທະນາ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຢີ.
ຄວາມຈຳເປັນຕ້ອງປ່ຽນແປງຮູບແບບການເຕີບໂຕ
ຕາມບັນດານັກຊ່ຽວຊານ, ນັກວິທະຍາສາດແລ້ວ, ຮູບແບບການເຕີບໂຕເກົ່າ ຫຼືຍັງຖືກເອີ້ນວ່າຮູບແບບການເຕີບໂຕຕາມລວງກ້ວາງ ໂດຍອີງຕາມການເພີ່ມຈຳນວນບັນດາປັດໄຈຄື: ທຶນຮອນ, ແຮງງານ ແລະ ຊັບພະຍາກອນທຳມະຊາດ ພວມປະກອບສ່ວນສ້າງບັນດາຜົນສຳເລັດພັດທະນາທີ່ພົ້ນເດັ່ນໃນໄລຍະ ສາມທົດສະວັດຜ່ານມາ, ນຳຫວຽດນາມ ຫຼຸດພົ້ນອອກຈາກຄວາມທຸກຍາກ, ຮັກສາທ່າເຕີບໂຕດ້ານເສດຖະກິດເປັນປົກກະຕິ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ເຖິງຢ່າງໃດກໍຕາມ, ບັນດາກຳລັງໜູນການເຕີບໂຕຄື ຄ່າແຮງງານຕ່ຳ, ແຫຼ່ງເງິນລົງທຶນກ້ອນໃຫຍ່ ແລະ ການເຊື່ອມໂຍງຢ່າງເລິກເຊິ່ງພວມຄ່ອຍໆອ່ອນແອລົງ. ວິສາຫະກິດ ຫວຽດນາມ ຍາກທີ່ຈະເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງ. ທ່ານປ.ອ ດັ່ງຊວັນແທັງ, ຮອງປະທານສະພາບັນດິດວິທະຍາສາດສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:
3 ກຳລັງໜູນການເຕີບໂຕຂອງ 30 ປີຜ່ານມາຄື: ຄ່າແຮງງານຕ່ຳ, ເງິນລົງທຶນກ້ອນໃຫຍ່ ແລະ ການເຊື່ອມໂຍງເຂົ້າກັບຕະຫຼາດໂລກ ພວມຄ່ອຍໆຫຼຸດປະສິດທິພາບລົງ, ການເຕີບໂຕຍັງອີງຕາມການລົງທຶນຫຼາຍ ແຕ່ປະສິດທິຜົນໃນການນຳໃຊ້ທຶນນັບມື້ນັບຊ້າລົງ. ສະມັດຕະພາບແຮງງານຂອງ ຫວຽດນາມ ໃນປັດຈຸບັນຍັງເທົ່າກັບສ່ວນນ້ອຍໜຶ່ງເມື່ອທຽບໃສ່ບັນດາປະເທດ ໃນພາກພື້ນຄື: ສິງກະໂປ, ມາເລເຊຍ ຫຼືໄທ. ລະບົບມູນຄ່າທົ່ວໂລກເຊິ່ງ ຫວຽດນາມ ເຂົ້າຮ່ວມສ່ວນຫຼາຍນອນຢູ່ປະເພດທີ່ມີມູນຄ່າຕ່ຳ. ໝາກຜົນແມ່ນພື້ນຖານເສດຖະກິດຫວຽດນາມ ຍັງບໍ່ທັນບຸກທະລຸ.
ຕໍ່ໜ້າສະພາບການນັ້ນ, ຫວຽດນາມ ຕ້ອງສ້າງຮູບແບບໃໝ່ເພື່ອຫຼຸດພົ້ນອອກຈາກຂໍ້ຈຳກັດເກົ່າ ຫຼື ສ້າງບາດກ້າວບຸກທະລຸໃນໄລຍະຈະມາເຖິງ. ຮູບແບບການເຕີບໂຕໃໝ່ບໍ່ພຽງແຕ່ແມ່ນກຳນົດທິດໄລຍະຍາວ ຫາກຍັງຕ້ອງຫັນບັນດານະໂຍບາຍເປັນລະອຽດ, ມີໂຄງການກະທຳຢ່າງຈະແຈ້ງ ແລະ ມີຄວາມເປັນໄປໄດ້ສູງ
ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນແມ່ນເສົາຄ້ຳ
ຮູບແບບການເຕີບໂຕໃນໄລຍະຈະມາເຖິງຕ້ອງໄດ້ອອກແບບຄື ໂຄງປະກອບຫຼາຍພາກສ່ວນ, ຫຼາຍແງ່ມູນ, ລວມທັງປັດໄຈເສດຖະກິດ,ເຕັກໂນໂລຢີ, ສິ່ງແວດລ້ອມ ແລະ ສັງຄົມ.
ຈຸດສູມຂອງຮູບແບບການເຕີບໂຕໃໝ່ນັ້ນແມ່ນສະມັດຕະພາບ, ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ. 3 ກຸ່ມຂະແໜງອາດສາມາດນຳໜ້າໃນຮູບແບບການເຕີບໂຕໃໝ່ລວມມີ: ເຕັກໂນໂລຢີດີຈີຕອນ ແລະ ປັນຍາປະດິດ, ພະລັງງານສີຂຽວ ແລະ ການຫັນເປັນສີຂຽວ, ອຸດສາຫະກຳປຸງແຕ່ງ, ປະດິດສ້າງລະດັບສູງ. ທ່ານຮອງສາດສະດາຈານ, ປ.ອ ບຸຍກ໋ວາງຕວັນ, ຮອງປະທານສະມາຄົມວິທະຍາສາດເສດຖະກິດ ຫວຽດນາມ ຖືວ່າ
ການເຕີບໂຕສີຂຽວ, ເສດຖະກິດສີຂຽວຄືກຳລັງໜູນໃໝ່ໃຫ້ແກ່ຮູບແບບການເຕີບໂຕ. ໄປຄຽງຄູ່ກັບຮູບແບບຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ເສດຖະກິດສີຂຽວຈະສ້າງບັນດາກຳລັງໜູນຂອງຮູບແບບການເຕີບໂຕໃໝ່ໃຫ້ແກ່ໄລຍະໃໝ່… ເສດຖະກິດສີຂຽວ ແມ່ນໜຶ່ງໃນບັນດາເສົາຄ້ຳເພື່ອພັດທະນາເສດຖະກິດແບບຍືນຍົງ, ມີສັງຄົມ, ມີສິ່ງແວດລ້ອມ, ມີລະບອບລະບຽບການອີກດ້ວຍ. ການເຕີບໂຕສີຂຽວ, ເສດຖະກິດສີຂຽວໃນນັ້ນລວມມີການຫັນເປັນດີຈີຕອນ, ພັດທະນາວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ. ດັ່ງນັ້ນ, ການເຕີບໂຕສີຂຽວ, ເສດຖະກິດສີຂຽວ ຕ້ອງຕິດພັນກັບການຫັນເປັນດີຈີຕອນ, ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ.
ໃນໄລຍະຈະມາເຖິງ, ຫວຽດນາມ ກໍ່ຕ້ອງໃຫ້ບຸລິມະສິດການລົງທຶນ, ພັດທະນາການຫັນເປັນດີຈີຕອນ ແລະ ເສດຖະກິດຂໍ້ມູນ, ສ້າງໂຄງປະກອບລະບົບສະໜອງຄືນໃໝ່ເພື່ອສວຍໃຊ້ທ່າອ່ຽງຫັນປ່ຽນທົ່ວໂລກ. ທ່ານສາດສະດາຈານ, ປ.ອ ເຈິ່ນເທາະດາດ, ປະທານສະພາວິທະຍາສາດ ແລະ ບຳລຸງສ້າງ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຖືວ່າ:
ວິທີການເຕີບໂຕຂອງ ຫວຽດນາມ ຕ້ອງອີງຕາມວິທີການເຕີບໂຕດີຈີຕອນ, ການເຕີບໂຕອີງຕາມວິທະຍາສາດເຕັກໂນໂລຢີ. ການພັດທະນາພື້ນຖານໂຄງລ່າງດີຈີຕອນຢ່າງຄົບຊຸດ, ທັນສະໄໝ ແລະ ປອດໄພ, ຮັດແຄບໄລຍະຫ່າງທາງດ້ານດີຈີຕອນລະຫວ່າງບັນດາເຂດພາກ ເພື່ອມີພື້ນຖານເສດຖະກິດດີຈີຕອນພັດທະນາແບບກວມລວມ ແລະ ຮອບດ້ານ.
ໃນຮູບແບບການເຕີບໂຕໃໝ່, ລັດສວມບົດບາດກຳນົດທິດ, ນຳພາຜ່ານບັນດາໂຄງການລະດັບຊາດ ກ່ຽວກັບວິທະຍາສາດ ເຕັກໂນໂລຢີ. ທ່ານຮອງສາດສະດາຈານ, ປ.ອ ຫງວຽນຮົ່ງເຊີນ, ຮອງຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ໃຫ້ຮູ້ວ່າ:
ຫວຽດນາມ ກຳນົດປັດໄຈວິທະຍາສາດເຕັກໂນໂລຢີແມ່ນກຳລັງໜູນຫຼັກໃນການຫັນປ່ຽນຮູບແບບການເຕີບໂຕ. ກຳນົດບັນດາຂະແໜງ, ຂົງເຂດຕ້ອງຊຸກຍູ້ພິເສດເພື່ອຫັນປ່ຽນໂຄງປະກອບເສດຖະກິດ, ຮູບແບບການເຕີບໂຕໃໝ່.
ຮູບແບບການເຕີບໂຕໃນໄລຍະຈະມາເຖິງປະສົມປະສານກັບຫຼາຍປັດໄຈ, ນັບແຕ່ປັດໄຈເສດຖະກິດ, ເຕັກໂນໂລຢີຕະຫຼອດຮອດສິ່ງແວດລ້ອມ ແລະ ສັງຄົມ. ຮູບແບບການເຕີບໂຕໃໝ່ເມື່ອເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນຈະນຳ ຫວຽດນາມພັດທະນາໂດຍໂວ ແລະ ຍືນຍົງ, ວັດທະນາຖາວອນ ໃນປີ 2045.