ຂ່າວສານ
ຮັບປະກັນຂໍ້ມູນຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທາງວິທະຍຸກະຈາຍສຽງ ຫວຽດນາມ ແມ່ນຂໍ້ມູນຂ່າວທີ່ຊັດເຈນ, ນຳພາ
ທີ່ກອງປະຊຸມຄັ້ງນີ້, ຜູ້ຕາງໜ້າບັນດາຫົວໜ່ວຍປະຕິບັດໜ້າທີ່ຂອງວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ ເຂົາເຈົ້າໄດ້ເປັນເຈົ້າການສ້າງແຜນການໂຄສະນາໂດຍສັງເຂບ ແລະ ລາຍລະອຽດ ເພື່ອຮັບປະກັນໃຫ້ຂ່າວຕະຫຼອດແຕ່ກ່ອນ, ໃນ ແລະ ພາຍຫຼັງກອງປະຊຸມໃຫຍ່. ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ຟ້າມແມັ້ງຮຸ່ງ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເນັ້ນໜັກວ່າ ໂດຍແມ່ນໜຶ່ງໃນບັນດາອົງການສື່ມວນຊົນຫຼັກ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ແລະ ພວມສຸມທຸກແຫຼ່ງກຳລັງໃຫ້ແກ່ການໂຄສະນາຄັ້ງນີ້, ຮັບປະກັນຂໍ້ມູນຂ່າວທາງວິທະຍຸກະຈາຍສຽງ ຫວຽດນາມ ແມ່ນຂໍ້ມູນຂ່າວທີ່ຊັດເຈນ, ໜ້າໄວ້ເນື້ອເຊື່ອໃຈ ແລະ ນຳພາ. ທ່ານກ່າວວ່າ:
“ອີງໃສ່ເນື້ອໃນແຜນການແບ່ງໜ້າທີ່ວຽກງານເພື່ອຈັດຕັ້ງບັນດາຮູບການໂຄສະນາທີ່ເໝາະສົມ, ມີປະສິດທິຜົນ; ຮັບປະກັນໂຄສະນາຂ່າວທີ່ຊັດເຈນ, ທັນການທັນເວລາ, ດ້ວຍຮູບການປະດິດຄິດສ້າງ, ຂະຫຍັນຂັນເຄື່ອນ, ອຸດົມສົມບູນ; ສ້າງບັນຍາກາດຟົດຟື້ນມ່ວນຊື່ນ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຄາດຫວັງຕໍ່ອະນາຄົດອັນສົດໃສຂອງປະເທດຊາດ. ນຳໃຊ້ບັນດາຮູບການສື່ມວນຊົນທີ່ທັນສະໄໝ, ສັງລວມ, ແຜ່ກະຈາຍຂ່າວຜ່ານຫຼາຍຮູບການສື່ມວນຊົນ, ສື່ມວນຊົນດີຈີດອນ ແລະ ສື່ສັງຄົມອອນໄລ”.








